Saturday, September 21, 2024
Homeສຶກສາວລ ໄຊສົມບັດ ເຕັກໂນໂລຊີ ປະກາດຍົກຖານະເປັນສະຖາບັນ

ວລ ໄຊສົມບັດ ເຕັກໂນໂລຊີ ປະກາດຍົກຖານະເປັນສະຖາບັນ

ວິທະຍາໄລ (ວລ) ໄຊສົມບັດ ເຕັກໂນໂລຊີ ໄດ້ຈັດພິທີປະກາດຍົກຖານະຂຶ້ນເປັນສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ສະໂມສອນ ສະຖາບັນດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປອ ສຸກສະຫວັນ ໄຊສົມບັດ ຜູ້ອໍານວຍການ ສະຖາບັນ ໄຊສົມບັດ ເຕັກໂນໂລຊີ, ມີບັນດາແຂກຖືກເຊີນຈາກກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລ ສະຫວັນນະເຂດ, ວິທະຍາໄລພາກລັດ-ເອກະຊົນ, ພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງສຶກສາທິການ ແລະ ກິລາ ນະຄອນໄກສອນ ພົມວິຫານ, ພະແນກການ,ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ ແລະ ພະນັກງານບໍານານ, ພະນັກງານ ຄູອາຈານ, ນັກສຶກສາພາຍໃນສະຖາບັນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ປອ ສຸກສະຫວັນ ໄຊສົມບັດ ໄດ້ຜ່ານຜົນສໍາເລັດໃນການປະຕິບັດໂຄງການຫຼັກສູດການຮຽນການສອນຜ່ານມາ ເປັນເວລາ 16 ປີ, ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ໄດ້ປະກອບມີ ຄູອາຈານທັງໝົດ 75 ຄົນ, ຍິງ 28 ຄົນ. ໃນນັ້ນ, ມີຄູອາຈານ ປະຈໍາ 60 ຄົນ, ຍິງ 21 ຄົນ ແລະ ຮັບເຊີນ 15 ຄົນ, ຍິງ 7 ຄົນ, ວຸດທິການສຶກສາປະລິນຍາເອກ 7 ຄົນ, ຍິງ 3 ຄົນ, ຮັບເຊີນ 3 ຄົນ, ຍິງ 1 ຄົນ, ປະລິນຍາໂທ 20 ຄົນ, ຍິງ 2 ຄົນ, ຮັບເຊີນ 9 ຄົນ, ຍິງ 1 ຄົນ, ປະລິນຍາຕີ 38 ຄົນ, ຍິງ 19 ຄົນ, ຮັບເຊີນ 3 ຄົນ, ຊັ້ນສູງ 10 ຄົນ; ດ້ານຈັດການຮຽນການສອນໃນລະດັບອະນຸປະລິນຍາ (ຊັ້ນສູງ) ແລະ ປະລິນຍາຕີ ປະກອບມີ 4 ຄະນະພາກວິຊາ ຄື: ຄະນະພາກອຸດສາຫະກໍາ, ຄະນະພາກວິທະຍາສາດ, ຄະນະພາກບໍລິຫານທຸລະກິດ ແລະ ຄະນະພາກພາສາຕ່າງປະເທດ. ສຳລັບອະນຸປະລິນຍາ (ຊັ້ນສູງ) ໄດ້ຈັດການຮຽນການສອນ ມີ 10 ສາຂາວິຊາ ແລະ ປະລິນຍາຕີ ໄດ້ຈັດການຮຽນການສອນໃນ 4 ສາຂາວິຊາ.

ພາຍຫຼັງທີ່ໄດ້ການອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃນການຍົກຖານະເປັນສະຖາບັນແລ້ວ ເລີ່ມແຕ່ສົກຮຽນ 2020-2021 ເປັນຕົ້ນມາ ໄດ້ເປີດການຮຽນການສອນໃນລະດັບປະລິນຍາຕີ, ຊຶ່ງມີ 3 ສາຂາວິຊາ ຄື: ສາຂາເຕັກໂນໂລຊີອຸດສະຫະກຳການຜະລິດ, ສາຂາໄຟຟ້າເຕັກນິກ ແລະ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ. ໃນປະຈຸບັນ ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ໄດ້ຈັດການຮຽນການສອນລະດັບຊັ້ນສູງ 10 ສາຂາ ແລະ ລະດັບປະລິນຍາຕີ 3 ສາຂາ.

ຜົນສຳເລັດຂອງການຈັດການຮຽນການສອນໃນໄລຍະຜ່ານມາ ໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໃນສາຂາຊ່າງໄຟຟ້າເຕັກນິກ ຮຽນຈົບມີ 392 ຄົນ ໄດ້ວຽກເຮັດງານທໍາເທົ່າກັບ 52,02%, ສ້າງທຸລະກິດສ່ວນຕົວເທົ່າກັບ 12,75%, ສາຂາຊ່າງກໍ່ສ້າງເຄຫາສະຖານ ມີ 51 ຄົນ ໄດ້ວຽກເຮັດງານທໍາເທົ່າກັບ 100%, ສາຂາຊ່າງລົດຍົນ 161 ຄົນ ໄດ້ວຽກເຮັດງານທຳເທົ່າກັບ 55,90%, ສ້າງອູ່ສ້ອມແປງດ້ວຍທຶນຕົນເອງເທົ່າກັບ 18,63%, ສາຂາເຕັກໂນໂລຊີການຜະລິດ ແລະ ສ້ອມແປງ (ກົນຈັກ) 69 ຄົນ ໄດ້ວຽກເຮັດງານທໍາເທົ່າກັບ 100%, ສາຂາບໍລິຫານທຸລະກິດການຈັດການ 651 ຄົນ ໄດ້ວຽກເຮັດງານທໍາເທົ່າກັບ 46,08%, ເຮັດທຸລະກິດສ່ວນຕົວ 23,04%, ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ (IT) 660 ຄົນໄດ້ວຽກເຮັດງານທໍາ 45,45%, ສາຂາການບັນຊີ-ການເງິນ 246 ຄົນ ໄດ້ວຽກເຮັດງານທໍາ 60,09%, ເຮັດທຸລະກິດສ່ວນຕົວ 24,39%, ພາສາອັງກິດ 25 ຄົນໄດ້ວຽກເຮັດງານທໍາເທົ່າກັບ 100%.

ນອກຈາກນີ້, ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ໄດ້ສໍາເລັດການຝຶກອົບຮົມໃຫ້ບຸກຄະລະກອນໃນການສ້າງວຽກເຮັດງານທໍາ ໂດຍໄດ້ຈັດຝືກອົບຮົມວິຊາຊີບມີທັງໝົດ 9 ອາຊີບໄດ້ແກ່ ຊ່າງສ້ອມແປງລົດຈັກ, ຊ່າງສ້ອມແປງເຄື່ອງຈັກຂະໜາດນ້ອຍ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງກໍ່ສ້າງ, ຊ່າງໄມ້, ຊ່າງຕັດຫຍິບ, ປຸງແຕ່ງອາຫານ, ເລຂານຸການ ແລະ ການບັນຊີເບື້ອງຕົ້ນໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດພາຍໃນ 14 ຕົວເມືອງ 1 ນະຄອນພາຍໃນແຂວງສະຫວັນນະເຂດ, ໄດ້ຮ່ວມມືກັບໂຄງການສ້າງຄວາມເຂັ້ມແຂງອາຊີວະສຶກສາ (STVET) ຈໍານວນ 437 ຄົນ, ຍິງ 80 ຄົນ, ໂຄງການພັດທະນາອາຊີວະສຶກສາໃນ ສປປ ລາວ (VELA) ຈໍານວນ 1.343 ຄົນ, ຍິງ 246 ຄົນ, ໂຄງການສ້າງຍຸດທະສາດແຫ່ງຊາດສົ່ງເສີມການຈ້າງງານຊົນນະບົດໃນ ສປປ ລາວ (ILO) ຈໍານວນ 22 ຄົນ, ຍິງ 8 ຄົນ ແລະ ໂຄງການປົກປ້ອງ, ການຊ່ວຍເຫຼືອແຮງງານເຄື່ອນຍ້າຍ ແລະ ໄວໜຸ່ມໃນການຕັ້ງຖິ່ນຖານໃນແຂວງສະຫວັນນະເຂດ ແລະ ຈໍາປາສັກ, ສະໜັບສະໜູນຈາກອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມແສງສະຫວ່າງ ຈໍານວນ 17 ຄົນ ແລະ ອື່ນໆ.

ຫຼັງຈາກນັ້ນ, ໃນພິທີມີຕາງໜ້າກົມການສຶກສາຊັ້ນສູງ ກະຊວງສຶກສທິການ ແລະ ກິລາ ຜ່ານຂໍ້ຕົກລົງວ່າດ້ວຍການຍົກຖານະຈາກວິທະຍາໄລ ໄຊສົມບັດ ເຕັກໂນໂລຊີ ຂຶ້ນເປັນສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຕາມສະບັບເລກທີ 3111/ສສກ, ລົງວັນທີ 11 ສິງຫາ 2021 ແລະ ມອບໃບຢັ້ງຢືນໃຫ້ຢ່າງສົມກຽດ. ນອກຈາກນີ້, ໄດ້ເປີດປ້າຍຮັບ-ຮອງ ຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 9 ບາດ.

ໂດຍ: ຄຳແພງເພັດ ຂັນຕິວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments