ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 6-9 ສິງຫາ 2022 ນີ້, ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ເກີດມີນໍ້າຂັງ ຖ້ວມບ້ານເຮືອນຊານ ແລະ ເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ ຕາມລໍານໍ້າເຊປ໋ອງ ແຕ່ເຖິ່ງຢ່າງໃດກໍຕາມ ຫລາຍພາກສ່ວນໄດ້ພ້ອມກັນສຸມໃສ່ຊ່ວຍເຫລືອ ພໍ່ແມ່ປະຊາຊົນ ເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ, ປັດຈຸບັນສະພາບນໍ້າຢູ່ໃນເກນປົກກະຕິ.

ຜ່ານການເກັບກໍາຂໍ້ມູນເບື້ອງຕົ້ນ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 9 ບ້ານ ມີຄື: ບ້ານຫ້ວຍໝື່ນ ຖ້ວມເຮືອນປະມານ 35 ຫລັງ, ເລົ້າເຂົ້າ 20 ຫລັງ (ນໍ້າໄຫລຊຸ 1 ຫລັງ), ວິດຖ່າຍ 30 ຫົວ, ນໍ້າບາດານ 31 ບໍ່, ໜອງປາ ແລະ ເນື້ອທີ່ນາຈຳນວນໜຶ່ງ; ບ້ານກຸດຮີ (ຄຸ້ມກຸດລຳພັນ) ຖ້ວມເຮືອນປະມານ 15 ຫລັງ, ວັດ 1 ແຫ່ງ, ໜອງປາ ແລະ ເນື້ອທີ່ນາ ຈຳນວນໜຶ່ງ; ບ້ານທ່າສະລາຄຳ ຖ້ວມເຮືອນປະມານ 13 ຫລັງ, ເຮືອນພັກ 1 ຫລັງ; ບ້ານໂນນຈານ, ບ້ານໜອງກັນ, ນາຫົວຄວາຍ, ພູແສງຄຳ, ບ້ານໃໝ່ໂພສີ (ຄຸ້ມໃໝ່ເຊ) ແລະ ບ້ານທົ່ງປາງ ຖ້ວມເນື້ອທີ່ນາ, ໜອງປາ, ຝາຍລວມ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງ. ສ່ວນພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ ຫົວຂົວຂາດ ແລະ ເປ່ເພຈຳນວນ 4 ແຫ່ງ, ສະພາບເສັ້ນທາງຄົມມະນາຄົມໃນບາງເຂດພົບຄວາມຫຍຸ້ງຍາກ.

ສໍາລັບ ລະດັບປະລິມານນໍ້າຝົນໃນວັນທີ 9 ສິງຫາ 2022 ວັດແທກປະລິມານນໍ້າຝົນໄດ້ 135,5 ມິນລີແມັດ, ລາຍງານຂໍ້ມູນເບື້ອງຕົ້ນມູນຄ່າເສຍຫາຍທາງດ້ານເນື້ອທີ່ທໍາການຜະລິດກະສິກຳ, ດ້ານພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ແລະ ດ້ານຜົນເສຍຫາຍອື່ນໆ ຍັງບໍ່ທັນສາມາດປະເມີນໄດ້.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here