ຂ່າວຈາກ CRI: ຫວ່າງມໍ່ໆມານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ໄດ້ເປີດເຜີຍຂໍ້ມູນ ຊຶ່ງສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນ ກໍລະກົດ ປີ 2022 ນີ້, ຄັງສຳຮອງເງິນຕາຕ່າງ ປະເທດຂອງຈີນມີມູນຄ່າບັນລຸເຖິງ 3.104,1 ຕື້ໂດລາ ທຽບໃສ່ທ້າຍເດືອນມິຖຸນາຜ່ານມາ ໄດ້ເພີ່ມຂຶ້ນ 32,8 ຕືິ້ໂດລາ, ຈັງຫວະການເຕີບໂຕແມ່ນ 1,07%. ເດືອນກໍລະກົດປີນີ້, ຕະຫຼາດເງິນຕາຕ່າງປະເທດຂອງຈີນໄດ້ດຳເນີນການຢ່າງໝັ້ນທ່ຽງໂດຍລວມ, ການສະໜອງ ແລະ ຄວາມຕ້ອງການເງິນຕາຕ່າງປະ ເທດ ພາຍໃນປະເທດຈີນ ຊຶ່ງບໍ່ນັບລວມເຖິງ ຮົງກົງ, ມາກ້າວ ແລະ ໄຕ້ຫວັນ ແມ່ນຢູ່ໃນລະດັບດຸນດ່ຽງໂດຍພື້ນຖານ.

ທ່ານນາງຫວາງຊຸ່ນຢິ່ງ ໂຄສົກ ທັງເປັນຮອງຫົວຫນ້າອົງການຄຸ້ມຄອງ ເງິນຕາຕ່າງປະເທດແຫ່ງຊາດຈີນຢືນຢັນວ່າ: ສະພາບເສດຖະກິດໂລກໃນປັດຈຸບັນແມ່ນເຕັມໄປດ້ວຍສິ່ງທ້າທາຍ, ປັດໄຈທີ່ບໍ່ໝັ້ນທ່ຽງ ແລະ ບໍ່ແນ່ນອນ ໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ຕະຫຼາດການເງິນສາກົນມີຄວາມເໜັງຕີງຫຼາຍສົມຄວນ. ແຕ່ວ່າ ປະເທດຈີນໄດ້ປະສານງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໄປຄຽງຄູ່ກັບການພັດທະນາເສດຖະກິດສັງຄົມຢ່າງມີປະສິດທິພາບສູງ, ເສດຖະກິດມີຄວາມເຂັ້ມແຂງ, ມີກຳລັງແຮງບົ່ມຊ້ອນອັນມະຫາສານ ແລະ ມີພະລັງຊີວິດຊີວາຢ່າງພຽງພໍ, ສະພາບພື້ນຖານທີ່ເສດຖະກິດຈະຂະຫຍາຍຕົວໄປໃນທິດທາງທີ່ດີນັ້ນບໍ່ມີການປ່ຽນແປງ ແລະ ຈີນຈະສືບຕໍ່ສະໜັບສະໜູນໃຫ້ປະລິມານຄັງສຳຮອງເງິນຕາຕ່າງປະເທດຮັກສາຄວາມຫມັ້ນທ່ຽງໂດຍລວມ.

LEAVE A REPLY

Please enter your comment!
Please enter your name here