Friday, September 20, 2024
Homeຂ່າວພາຍໃນກະຊວງ ຖວທ ເປີດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ XII

ກະຊວງ ຖວທ ເປີດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ XII

ຕອນເຊົ້າວັນທີ 09 ສິງຫາ 2022, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ເປີດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XII ໃຫ້ແກ່ສະມາຊິກພັກ-ພະນັກງານຫລັກແຫລ່ງ ໂດຍການເປັນປະທານຂອງສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຖວທ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານຫລັກແຫລງ ເຂົ້າຮ່ວມ.

ສະຫາຍ ວັນສີ ກົວມົວ ໄດ້ກ່າວວ່າ: ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວວ່າ ພັກເຮົາໄດ້ຍຶດຖື ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເປັນເຂັມທິດ ແລະ ແສງສະຫວ່າງເຍື່ອງທາງ ເພື່ອມາໝູນໃຊ້ໃນການວາງແຜນແນວທາງການເມືອງ ລວມທັງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດອັນແສນຮັກຂອງພວກເຮົາ ບົນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ. ເພາະສະນັ້ນ,ວຽກງານພັດທະນາຊັບພະຍາກອນມະນຸດແມ່ນວຽກງານອັນສຳຄັນໜຶ່ງ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນພາກສ່ວນໜຶ່ງທີ່ເຮັດບົດບາດວຽກງານແນວຄິດຂອງພັກ ໂດຍສະເພາະ ການຍົກລະດັບທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ການສ້າງຄວາມເຂັ້ມແຂງທາງດ້ານການເມືອງແນວຄິດ, ສ້າງສະຕິທີ່ມີຫລັກໝັ້ນທາງດ້ານການເມືອງ, ຍົກສູງຄຸນສົມບັດສິນທຳປະຕິວັດ ແລະ ຄວາມສາມາດນຳພາຄຸ້ມຄອງ ໃຫ້ແກ່ສະມາຊິກພັກ-ພະນັກງານຫລັກແຫລ່ງໃຫ້ສູງຂຶ້ນ ແລະ ໜັກແໜ້ນ ເພາະວ່າ ພະນັກງານນຳພາ-ຄຸ້ມຄອງມີບົດບາດຕັດສິນ ການພັດທະ ນາຂອງອົງການ ຕະຫລອດຮອດຜົນປະໂຫຍດອັນໃຫຍ່ຫລວງຂອງປະເທດຊາດ.

ຄະນະພັກ ຄະນະນຳກະຊວງ ຖວທ ເຫັນໄດ້ຄວາມສຳຄັນໃນການບຳລຸງສ້າງ ກໍຄືການຍົກລະ ດັບດ້ານທິດສະດີການເມືອງ ແລະ ດ້ານວິຊາສະເພາະ ແກ່ພະນັກງານ, ທັງໄດ້ເອົາໃຈໃສ່ ແລະ ນຳພາຊີ້ນຳຢ່າງໃກ້ຊິດ ພ້ອມທັງອຳນວຍຄວາມສະດວກທຸກເງື່ອນໄຂ. ສຳລັບການຮຽນທິດສະດີການເມືອງ-ການປົກຄອງຄັ້ງນີ້ ຈະເຮັດໃຫ້ບັນດາສະມາຊິກພັກ-ພະນັກງານຫລັກແຫລ່ງ ຂອງບັນດາກົມກອງອ້ອມຂ້າງກະ ຊວງ, ຮູ້ໄດ້ເຫດ ແລະ ຜົນ ເພື່ອແກ້ໄຂບັນຫາ, ຈະເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນການນຳພາ, ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ບັນດາສຳມະນາກອນຈົ່ງເອົາໃຈໃສ່ຕັ້ງໃຈຮ່ຳຮຽນ, ຄົ້ນຄວ້າ ເພື່ອຮັບເອົາບົດຮຽນອັນລ້ຳຄ່າ ຈາກບັນດາອາຈານ ພ້ອມກັນແລກປ່ຽນບົດຮຽນກັບເພື່ອນຮ່ວມຫ້ອງດ້ວຍຄວາມຝົດຟື້ນ ມີຊີວິດຊີວາ ເຮັດໃຫ້ຊຸດອົບຮົມຄັ້ງນີ້ດຳເນີນໄປໄດ້ດ້ວຍດີ, ປອດໄພ ແລະ ປະສົບຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້.

ຂ່າວ: ສຸກສະຫວັດ ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments