ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022) ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 4 ສິງຫາ ຜ່ານມາວ່າ: ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນອີກວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ໂດຍສະເພາະບັນດາທ່ານທີ່ເຮັດອາຊີບສື່ ກໍຄືບັນດາອົງການຈັດຕັ້ງພັກ-ລັດ ເພາະວ່າສື່ມວນຊົນເປັນກະບອກສຽງ, ເປັນປະຕູຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດເປັນຂົວຕໍ່ໃຫ້ແກ່ພັກ-ລັດ ແລະ ປະຊາຊົນ, ສື່ມວນຊົນເຮັດສຳເລັດຕາມໜ້າທີ່ຂອງຕົນ ໃນແຕ່ລະໄລຍະ, ໃນແຕ່ລະບັ້ນທີ່ມີກິດຈະກຳ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ບັນດາສື່ມວນຊົນໄດ້ຢືນຢູ່ແນວໜ້າ ໃນການໂຄສະນາເປັນກະບອກສຽງຖ່າຍທອດສູ່ສັງຄົມໄດ້ຮັບຮູ້ຂໍ້ມູນ ຂ່າວສານຕ່າງໆ, ສະແດງໃຫ້ເຫັນເຖິງພາລະໜ້າທີ່ຂອງສື່ຕ້ອງຢຶດໝັ້ນຕໍ່ຈັນຍາບັນຂອງຕົນ.

ໃນຍຸກໂລກາພິວັດ ສັງຄົມສ່ວນຫຼາຍຫັນໄປບໍລິໂພກຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ເນື່ອງ ຈາກມີອຸປະກອນການສື່ສານທີ່ທັນສະໄໝ, ສື່ໜັງສືພິມເຈ້ຍເປັນສື່ດັ່ງເດີມ ທີ່ສັງຄົມຍັງມີການຊົມໃຊ້ ແລະ ບໍລິໂພກ ແຕ່ຍັງບໍ່ຫຼາຍເທົ່າທີ່ຄວນ ຊຶ່ງເປັນສິ່ງທ້າທາຍຕໍ່ໜັງສືພິມເຈ້ຍໃນປັດຈຸບັນ. ສຳລັບໜັງສືພິມພາສາ ຕ່າງປະເທດກໍໄດ້ພະຍາຍາມສ້າງຄວາມເຂັ້ມແຂງ ກຸ້ມຕົນເອງດ້ານງົບປະມານ ຍັງເຮັດບໍ່ສຳເລັດຕາມຄາດ ໝາຍທີ່ວາງໄວ້, ເນື່ອງຈາກວ່າການລົງໂຄສະນາຜູ້ບໍລິໂພກມີຫຼາຍທາງເລືອກ, ເພື່ອໃຫ້ມີການພັດທະນາຄຽງຄູ່ ກັບຍຸກປັດຈຸບັນ, ພວກເຮົາຈຶ່ງໄດ້ສ້າງເວັບໄຊທີ່ເປັນພາສາລາວ, ພາສາຈີນ, ສ່ວນເວັບໄຊພາສາຝຣັ່ງໄດ້ຢຸດ ຊົ່ວຄາວຍ້ອນລູກຄ້າບໍ່ພ້ອມ ຜູ້ຈອງຫຼຸດລົງ ແຕ່ກໍຍັງພັດທະນາຫຼາຍຢ່າງໄປຄຽງຄູ່ກັນໂດຍສະເພາະລາຍຮັບ-ລາຍຈ່າຍຈາກໜັງສືພິມ ແລະ ຄ່າໂຄສະນາທັງພາຍໃນ ແລະ ຕ່າງປະເທດ ແມ່ນຈ່າຍຜ່ານທາງອອນລາຍ, ຜ່ານທະນາຄານ ຫຼື ຈອງລົງຂ່າວ, ໂຄສະນາ ຜ່ານທາງອອນລາຍໄດ້ຢ່າງສະດວກສະບາຍກວ່າແຕ່ກ່ອນ, ໂດຍເຂົ້າໄປທາງເວັບໄຊໜັງສືພິມພາສາຕ່າງປະເທດ ເພື່ອເປັນການອຳນວຍຄວາມສະດວກແກ່ການເຮັດໜ້າ ທີ່ການເມືອງຂອງຕົນເອງກໍຄືການເຮັດໜ້າທີ່ວຽກງານດ້ານບໍລິການໄປພ້ອມກັນ, ສ່ວນໜັງສືພິມທີ່ເປັນສະບັບ ເຈ້ຍກໍຍັງມີຈອງເປັນຈຳນວນຫຼາຍ ແລະ ບໍລິການຂ່າວ, ຂໍ້ຄວາມຕ່າງໆເທິງມືຖື, ພ້ອມນັ້ນຍັງມີບໍລິການ ຈອງອ່ານຂ່າວຜ່ານທາງອອນລາຍ, ອ່ານລ້າໆຢູ່ໜ້າ 1, ເຫຼືອນັ້ນຕ້ອງໄດ້ຈອງອ່ານໂດຍຈ່າຍຄ່າບໍລິການບໍ່ ແພງ.

ທ່ານກ່າວຕື່ມວ່າ: ສຳລັບການຈັດຫາຂໍ້ມູນທີ່ມາອອກໃນໜ້າໜັງສືພິມ ຫຼື ເວັບໄຊຕ້ອງໄດ້ລະວັງຫຼາຍ ເນື່ອງຈາກປັດຈຸບັນມີຂ່າວປອມຕ່າງໆຫຼາຍຢ່າງ, ນັກຂ່າວຕ້ອງຢຶດໝັ້ນຈັນຍາບັນ, ຈັນຍາທຳ, ຕ້ອງກັ່ນກອງ ຄັກແນ່, ອອກໄປແລ້ວຕ້ອງຮັບປະກັນວ່າຖືກຕ້ອງຊັດເຈນ, ໜັງສືພິມພາສາຕ່າງປະເທດແຕ່ກ່ອນມີ 16 ໜ້າ, ປັດຈຸບັນມີ 24 ໜ້າ, ເຮັດຄຽງຄູ່ກັນໄປມີທັງເນື້ອໃນ ແລະ ໂຄສະນາ ຖ້າເນື້ອໃນ ຫຼື ໂຄສະນາຫຼາຍ ກໍເພີ່ມໜ້າໃຫ້ຫຼາຍຂຶ້ນ, ພ້ອມນີ້ໄດ້ມີການຝຶກອົບຮົມ, ສົ່ງພະນັກງານໄປຮຽນຕໍ່ຢູ່ຕ່າງປະເທດ ເພື່ອນຳມາ ຖອດຖອນແລກ ປ່ຽນບົດຮຽນຮ່ວມກັນ, ເພື່ອດຶງດູດຜູ້ອ່ານ ອ່ານແລ້ວເຂົ້າໃຈງ່າຍ ຈັບອົກຈັບໃຈ, ພ້ອມນີ້ ຜູ້ອ່ານສາມາດເລືອກເຂົ້າເບິ່ງໄດ້ຫຼາຍທາງເຊັ່ນ: ເຟສບຸກໜັງສືພິມວຽງຈັນທາມ, ເວັບໄຊ, ມີໜ້າໜັງສືພິມຢູ່ ຢູທູບ, ຕິກຕ໋ອກ ແລະ ອື່ນໆ, ເຖິງບໍ່ໄດ້ຄ່າຕອບແທນຢ່າງໜ້ອຍກໍໃຫ້ຜູ້ເຂົ້າອ່ານໄດ້ຮັບຂໍ້ມູນອັນແທ້ຈິງ ຂອງພັກ-ລັດ, ສັງຄົມທີ່ບໍ່ແມ່ນຂ່າວປອມ, ໜັງສືພິມພາສາຕ່າງປະເທດພິມຈຳໜ່າຍ ເກືອບ 2.000 ສະບັບ/ມື້ ເຫັນວ່າຍັງພິມຫຼຸດລົງ ກວ່າໄລຍະຜ່ານມາຫຼາຍ. ພ້ອມນັ້ນຍັງເປັນສະມາຊິກວັນເບວວັນບຣູ ເດິນີວ ຂອງສະ ພາສະມາຄົມຂ່າວທີ່ມີເຄື່ອຂ່າຍ 50 ກວ່າປະເທດຢູ່ໃນໂລກ ແລະ ສັນຍາຮ່ວມມືສອງຕໍ່ສອງ ລະຫວ່າງໜັງສື ພິມພາສາຕ່າງປະເທດກັບຫຼາຍປະເທດໃນອາຊຽນ ແລະ ໃນໂລກ ເພື່ອໃຫ້ຂໍ້ມູນຂ່າວສານອອກສູ່ພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ, ສຳລັບຈຸດເຊື່ອມໂຍງໄດ້ປະຕິບັດຕາມຄຳຂວັນຂອງກອງປະຊຸມພັກ ກະຊວງ ຖວທ ໂດຍເອົາຂໍ້ມູນຂ່າວສານຈາກຫຼາຍປະເທດເພື່ອໃຫ້ມີຂໍ້ມູນຂ່າວສານຫຼາກຫຼາຍລົງສື່ຕ່າງໆ ຂອງສຳນັກງານໜັງສືພິມພາສາຕ່າງປະເທດ.

ທ່ານກ່າວເນັ້ນອີກວ່າ: ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ ຮຽກຮ້ອງໃຫ້ສື່ມວນຊົນເຮັດໜ້າທີ່ ເປັນກະບອກສຽງໂຄສະນາຕາມແນວທາງນະໂຍບາຍທີ່ພັກ-ລັດມອບ ໝາຍ ໃຫ້ເພື່ອສ້າງຄວາມເຊື່ອໝັ້ນ ແລະ ເປັນທີ່ໄວ້ວາງໃຈໃຫ້ຜູ້ບໍລິໂພກ, ຮັບປະກັນໃຫ້ແກ່ການອອກຂ່າວຂອງຕົນ, ຮັບປະກັນການເຮັດໜ້າທີ່ການເມືອງໃຫ້ສຳເລັດລຸລ່ວງໄປດ້ວຍດີ, ຢຶດໝັ້ນຕໍ່ຈັນຍາບັນຂອງສື່ ຂໍໃຫ້ຜູ້ສື່ຂ່າວ ມີການພັດທະນາຕົນເອງຄຽງຄູ່ກັບການພັດທະນາຕາມຍຸກສະໄໝປັດຈຸບັນ.

ໂດຍ: ວັນເພັງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here