Saturday, January 10, 2026
Homeຂ່າວໜ້າໜຶ່ງພູມໃຈກັບຜົນສຳເລັດຮອບດ້ານຂອງພັກ ພ້ອມຈະສືບຕໍ່ຜັນຂະຫຍາຍມະຕິລົງສູ່ຮາກຖານ

ພູມໃຈກັບຜົນສຳເລັດຮອບດ້ານຂອງພັກ ພ້ອມຈະສືບຕໍ່ຜັນຂະຫຍາຍມະຕິລົງສູ່ຮາກຖານ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຂອງພັກ-ຂອງຊາດ. ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ກ່າວສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງ ກອນນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວ່າ: ຂ້າພະເຈົ້າສຸດທີ່ມີຄວາມພາກພູມໃຈຕໍ່ຜົນສຳເລັດຮອບດ້ານຂອງພັກ ແລະ ພ້ອມຈະສືບຕໍ່ຜັນຂະຫຍາຍມະຕິລົງສູ່ຮາກຖານ.

ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ຮູ້ວ່າ: ປັດຈຸບັນແຂວງຈຳປາສັກມີສະມາຊິກພັກຫຼາຍກວ່າ 31,000 ສະຫາຍ, ເພີ່ມຂຶ້ນ 11.8% ຊຶ່ງແມ່ນກຽດສັກສີ ແລະ ເປັນຄວາມພາກພູມໃຈຂອງຄະນະພັກ ແລະ ປະຊາຊົນແຂວງຈຳປາສັກ, ພາຍຫຼັງໄດ້ຮັບຟັງບົດລາຍງານການເມືອງ ແລະ ແຜນຍຸດທະສາດສຳຄັນຂອງພັກຈາກສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂດຍສະແດງຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຕໍ່ສະຕິປັນຍາຂອງທົ່ວພັກ ໃນການທົບທວນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງຮອບຄອບ. ໃນໄລຍະຜ່ານມາ, ແຂວງຈຳປາສັກໄດ້ຜ່ານຜ່າສິ່ງທ້າທາຍຫຼາຍດ້ານທັງພາຍໃນ ແລະ ພາຍນອກປະເທດ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ດ້ວຍຄວາມສາມັກຄີ ແລະ ມານະຈິດປະຕິວັດອັນແຂງແກ່ນ ເຮັດໃຫ້ແຂວງພວກເຮົາສາ ມາດຍາດໄດ້ຜົນສຳເລັດຫຼາຍດ້ານ. ໃນນັ້ນ, ດ້ານຄວາມສະຫງົບ ຮັບປະກັນໄດ້ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ດ້ານການສ້າງຮາກຖານການເມືອງ ເຮັດໃຫ້ຮາກຖານມີສະຖຽນລະພາບ ແລະ ມີການພັດທະນາຢ່າງຕໍ່ເນື່ອງ, ດ້ານການແກ້ໄຂຄວາມທຸກຍາກໄດ້ສຸມໃສ່ແກ້ໄຂບັນຫາພື້ນຖານຂອງຮາກຖານຈາກເດີມທີ່ຍັງເຫຼືອ 6 ບ້ານທຸກຍາກ. ປັດຈຸບັນສາມາດແກ້ໄຂໄດ້ 100%. ພ້ອມກັນນັ້ນ, ດ້ານການຜະລິດໄດ້ສົ່ງເສີມພືດມູນຄ່າສູງເຊັ່ນ: ບຣູເບີຣີ ທີ່ສາມາດສົ່ງອອກໄປໄດ້ 7 ປະເທດ, ໝາກແມັກຄາເດເມຍ, ການປຸງແຕ່ງປາສະຫວາຍ ແລະ ປາຄາເວຍ; ດ້ານການທ່ອງທ່ຽວແຂວງໄດ້ສົ່ງເສີມການທ່ອງທ່ຽວແບບຊຸມຊົນໄດ້ຮັບລາງວັນອາຊຽນຫຼາຍລາງວັນ, ມີການເປີດສາຍການບິນໃໝ່ຕ່າງໆເຊັ່ນ: ປາກເຊ–ກວາງໂຈ ພ້ອມທັງກຳລັງເຈລະຈາສາຍການບິນປາກເຊ–ຮົງກົງ ເຮັດໃຫ້ບັນຍາກາດການທ່ອງທ່ຽວຢູ່ແຂວງຈຳປາສັກມີຄວາມຄຶກຄື້ນຕະຫຼອດປີ. ນອກນັ້ນ, ດ້ານການສຶກສາ ສາມາດລຶບລ້າງຄູອາສາສະໝັກໄດ້ 100% ແລະ ດ້ານການລະດົມທຶນ ສາມາດລະດົມຈາກປະຊາຊົນໄດ້ກວ່າ 70 ຕື້ກີບ ເພື່ອສ້າງທາງເບຕົງ ແລະ ຂົວຕ່າງໆ.

ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວເນັ້ນວ່າ: ໃນຕໍ່ໜ້າແຂວງຈຳປາສັກ ຈະສຸມໃສ່ການຈັດຕັ້ງປະຕິບັດມະຕິໃຫ້ເຂົ້າເຖິງຮາກຖານ ໂດຍຢຶດຕາມຄຳຂວັນ 5 ຂໍ້ຫຼັກ ເພື່ອມຸ່ງເປົ້າໝາຍສູງສຸດຄື: ເຮັດໃຫ້ປະຊາຊົນຢູ່ດີກິນດີ ແລະ ໃນປີ 2026 ຈະລຶບລ້າງຄອບຄົວທຸກຍາກທີ່ຍັງເຫຼືອໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments