Friday, January 9, 2026
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສ ອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສ ອວຍພອນປີໃໝ່ 2026

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເນື່ອງໃນໂອກາດປີໃໝ່ສາກົນ 2026 ກຳລັງຈະກ້າວເຂົ້າມາເຖິງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສອວຍພອນປີໃໝ່ ແລະສົ່ງຄຳອວຍພອນອັນປະເສີດຈາກນະຄອນຫລວງປັກກິ່ງ ເຖິງບັນດາທ່ານ ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອິນເຕີເນັດ.

ປີ 2025 ແມ່ນປີສຸດທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີ ຄັ້ງທີ XIV. ທ່ານ ສີຈິ້ນຜິງ ໄດ້ສະຫລຸບວິວັດທະນາການທີ່ບໍ່ທຳມະດາທີ່ສຸດໃນເວລາ 5 ປີຜ່ານມາ ແລະ ເຫັນວ່າ: ຈີນ ໄດ້ເຮັດຫລ້ອນໜ້າທີ່ເປົ້າໝາຍຢ່າງຈົບງາມ ແລະ ໄດ້ຢວ່າງບາດກ້າວອັນໝັ້ນທ່ຽງໃນການເດີນທາງຄັ້ງໃໝ່ແຫ່ງຄວາມທັນສະໄໝແບບຈີນ. ທັງໄດ້ສະແດງຄວາມເຄົາລົບນັບຖືໄປຍັງຜູ້ສູ້ຊົນແຕ່ລະຄົນທີ່ສຸມຄວາມພະຍາຍາມຢ່າງດຸໝັ່ນ.

ທ່ານ ສີຈິ້ນຜິງ ໄດ້ຫວນຄືນເຫດການທີ່ບໍ່ມີວັນຫລົງລືມ ແລະ ຜົນງານອັນໃຫຍ່ຫລວງຂອງຈີນ ໃນປີ 2025 ຄື: ພິທີລະນຶກວັນຄົບຮອບ 80 ປີແຫ່ງໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕ້ານຟາດຊິດໂລກ ເຊິ່ງເປັນງານມະໂຫລານລະດັບຊາດທີ່ມີຄວາມສະຫງ່າຜ່າເຜີຍ.

ການປະດິດສ້າງໃໝ່ໄດ້ຊຸກຍູ້ການກຳເນີດຂອງກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ເພີ່ມພະລັງແຮງຂັບເຄື່ອນເຂົ້າໃນການພັດທະນາທີ່ມີຄຸນນະພາບສູງ. ລວມຍອດເສດຖະກິດຂອງຈີນ ຄາດວ່າຈະບັນລຸເຖິງ 140.000 ຕື້ຢວນ. ກະແສດ້ານວັດທະນະທຳ ຫໍພິພິທະພັນ ແລະ ມໍລະດົກວັດທະນະທຳນາມມະທຳ ໄດ້ຮັບຄວາມນິຍົມຊົມຊອບນັບມື້ນັບຫລາຍຂຶ້ນ, ຕະຫລາດການທ່ອງທ່ຽວດ້ານວັດທະນະທຳ ໄດ້ຕ້ອນຮັບນັກທ່ອງທ່ຽວຈຳນວນຫລວງຫລາຍ, ຄວາມດັ້ງເດີມ ແລະ ຄວາມທັນສະໄໝເຊື່ອມໂຍງເຂົ້າກັນ, ຫລໍ່ລ້ຽງບ້ານເມືອງແຫ່ງຈິດໃຈດ້ວຍວັດທະນະທຳ.

ປະຊາຊົນຮ່ວມກັນສ້າງ ແລະ ຮ່ວມກັນຊົມໃຊ້ຊີວິດການເປັນຢູ່ອັນດີງາມ, ເມື່ອຊີວິດການເປັນຢູ່ຂອງແຕ່ລະ “ຄອບຄົວນ້ອຍ” ໃນແຕ່ລະມື້ລ້ວນແຕ່ມີວາມຜາສຸກແລ້ວ, ປະເທດຈີນ ທີ່ເປັນ “ຄອບຄົວໃຫຍ່” ກໍຈະນັບມື້ນັບກ້າວເຂົ້າສູ່ລະດັບໃໝ່. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ເມື່ອພັກຈະເລີນແລ້ວ ປະເທດຊາດຈຶ່ງຈະເຂັ້ມແຂງໄດ້ ແລະ ຊີ້ໃຫ້ເຫັນວ່າ: ປີ 2025, ພັກຄອມມູນິດຈີນ ໄດ້ຊຸກຍູ້ການປະຕິວັດຕໍ່ຕົນເອງ, ເຮັດໃຫ້ແບບແຜນຂອງພັກ ແລະ ລັດ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ຫລັງຈາກສະເໜີ “3 ຂໍ້ລິເລີ່ມ” ຄື: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກແລ້ວ, ທ່ານ ສີຈິ້ນຜິງ ຍັງໄດ້ສະເໜີຂໍ້ລິເລີ່ມບໍລິຫານທົ່ວໂລກອີກ ເພື່ອຊຸກຍູ້ການສ້າງລະບົບການບໍລິຫານທົ່ວໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ທ່ານ ສີຈິ້ນຜິງ ກ່າວວ່າ: ໃນເມື່ອຜະເຊີນກັບທົ່ວໂລກທີ່ມີການປ່ຽນແປງ ແລະ ຄວາມວຸ່ນວາຍອັນສະຫລັບສັບຊ້ອນ, ຈີນ ຈະຢືນຢູ່ຂ້າງຝ່າຍຖືກຕ້ອງໃນປະຫວັດສາດຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບບັນດາປະເທດ ເກາະແຂນກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ເມື່ອມຸ່ງໜ້າສູ່ ປີ 2026, ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນ ຈະຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງໜັກແໜ້ນ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານຕື່ມອີກ, ຊຸກຍູ້ໃຫ້ປະຊາຊົນທົ່ວທັງຊາດຮັ່ງມີຂຶ້ນຮ່ວມກັນ, ສືບຕໍ່ຂຽນໜ້າໃໝ່ແຫ່ງເລື່ອງອັດສະຈັນຂອງຈີນ.

ສຸດທ້າຍ, ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມອວຍພອນອັນປະເສີດໄປຍັງປະຊາຊົນທົ່ວໂລກ, ອວຍພອນທຸກຄົນຈົ່ງມີຄວາມເບີກບານມ່ວນຊື່ນ, ໄດ້ຮັບຜົນສຳເລັດໃນໜ້າທີ່ວຽກງານ ແລະ ສົມຫວັງທຸກປະການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments