Saturday, January 10, 2026
Homeຂ່າວໜ້າໜຶ່ງປະກາດການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ປະກາດການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ພິທີປະກາດການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງຊຽງ ຈັດຂຶ້ນໃນວັນທີ 29 ທັນວາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ໄດ້ລາຍງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະ ທີ່ທ່ານຖືກມອບໝາຍໜ້າທີ່ ເປັນເຈົ້າແຂວງຊຽງຂວາງ. ຫລັງຈາກນັ້ນ, ທ່ານ ນາງ ຈັນທະສອນ ພູນສຸກ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານດຳລັດ ແຕ່ງຕັ້ງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ເປັນປະທານຄະນະກຳມະການປົກຄອງແຂວງຊຽງຂວາງ. ຈາກນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງຊຽງຂວາງ (ຜູ້ເກົ່າ) ແລະ ປະທານຄະນະກຳມະການປົກຄອງແຂວງຊຽງຂວາງ (ຜູ້ໃໝ່).

ໃນໂອກາດດຽວກັນ, ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານ ທີ່ທົ່ວອົງຄະນະພັກແຂວງຊຽງຂວາງ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ພ້ອມທັງ ມີຄໍາເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້​​​ການ​ນຳ​ທຸກ​ຂັ້ນຂອງ​ແຂວງ ​ເປັນ​ເອກະ​ພາບ​ ຕໍ່​ກັບການສັບປ່ຽນ, ແຕ່ງຕັ້ງພະນັກງານ​ການ​ນຳ​ຂອງ​ແຂວງ ໂດຍ​ໃຫ້​ນຳພາ​ແນວ​ຄິດ​ຂອງ​ສະມາຊິກ​ພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ຕະຫລອດເຖິງ ປະຊາຊົນ​ບັນດາ​ເຜົ່າ ໃນ​ທົ່ວ​ແຂວງ ​ໃຫ້ຮັບຮູ້​ເຂົ້າ​ໃຈ ​ຢ່າງ​ຖືກຕ້ອງ ແລະ ທົ່ວ​ເຖິງ​; ສືບ​ຕໍ່​ປົກ​ປັກ​ຮັກສາ ແລະ ເສີມສ້າງ​ຄວາມ​ສາມັກຄີ ​ພາຍ​ໃນ​ພັກ ໂດຍສະເພາະ ພາຍໃນຄະນະບໍລິຫານງານພັກ-ຄະນະ​ປະຈຳ​ພັກ​​ແຂວງ ໃຫ້ແໜ້ນແຟ້ນ, ມີ​ຄວາມ​ເປັນ​ເອກະ​ພາບ​ສູງ ເພື່ອສືບ​ຕໍ່​ເປັນ​ຫລັກ​ແຫລ່ງ, ​ເປັນ​ຄັນ​ທຸງ ແລະ ​ແກນນຳ ໃນ​ການນຳພາ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​; ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໄພ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ມີເງື່ອນໄຂສະດວກສະບາຍໃນການທຳມາຫາກິນ​; ເພີ່ມທະວີຈັດຕັ້ງ​ຜັນ​ຂະຫຍາຍມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່, ສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ຕິດ​ພັນ​ກັບ​ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໄລຍະໃໝ່, ຄຸ້ມຄອງການຂຸດຄົ້ນ, ການປຸງແຕ່ງແຮ່ທາດທີ່ເປັນທ່າແຮງຂອງແຂວງ ໃຫ້ແຂງແຮງຂຶ້ນຕື່ມ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຂວງ, ຍູ້​ແຮງ​ຂະ​ບວນການ​ການ​ຜະລິດ​ເປັນ​ສິນຄ້າ, ສ້າງ​ພື້ນຖານ​ລາຍ​ຮັບ​ທີ່​ໝັ້ນຄົງ​, ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ ທີ່​ເປັນ​ທ່າແຮງໃໝ່​ຂອງ​ປະຊາຊົນ ​ໃຫ້​ເປັນ​ຂະ​ບວນການ​ກວ້າງຂວາງ ​ແລະ ມີການຈັດຕັ້ງທີ່ເຂັ້ມແຂງ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ຫັນລົງກໍ່ສ້າງຮາກຖານ, ລວມທັງ ການສ້າງຕັ້ງຕາແສງ ໃຫ້ມີຄວາມຄືບໜ້າໄວ ເພື່ອເຮັດໃຫ້ລະບົບການຈັດຕັ້ງ-ນຳພາມີຄວາມເຂັ້ມແຂງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຕາມລະດັບຄາດໝາຍ; ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ແບບຢ່າງນຳໜ້າ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ ເພື່ອສືບຕໍ່ນຳພາແຂວງຊຽງຂວາງວິລະຊົນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງ ຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຕິດຕາມຊຸກຍູ້ການປູກພືດ-ຜັກຂອງປະຊາຊົນບ້ານວຽງ; ຢ້ຽມຢາມໂຄງການຂຸດຄົ້ນ-ປຸງແຕ່ງແຮ່ເຫລັກ ທີ່ບ້ານໝີ່ຄູນ ແລະ ບ້ານມອນຄຳ ເມືອງແປກ ແລະ ມອບເຄື່ອງກັນໜາວ ຈຳນວນໜຶ່ງ ໃຫ້ແຂວງຊຽງຂວາງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສໍພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments