Saturday, January 10, 2026
Homeຂ່າວການເມືອງໄຂກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI

ໄຂກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI

ໃນວັນທີ 26 ທັນວາ 2025 ນີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍບັນດາຄະນະບໍລິຫານງານສູນກາງພັກເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງລາຍງານຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງປຶກສາຫາລື, ຄົ້ນຄວ້າຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນ ທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການຕ່າງໆ ເປັນຕົ້ນ ອະນຸກໍາມະການເນື້ອໃນ, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະ ມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ. ພ້ອມທັງ, ໄດ້ຮັບຮອງເອົາ ວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫລຸບຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມ ແຂງຂອງພັກ ເພື່ອສືບຕໍ່ນໍາພາພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ບັນດາສະຫາຍສູນກາງພັກ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານ, ສຸມສະຕິປັນ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາຊີ້ນໍາການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments