ສຳນັກຂ່າວ ອິນໂຟເຄວສ(InfoQuest), ມຽນມາ ປະກາດການເລືອກຕັ້ງທົ່ວໄປ ຮອບທີສາມ ຊຶ່ງເປັນການລົງຄະແນນ ຮອບສຸດທ້າຍ ໃນວັນທີ 25 ມັງກອນ 2026, ເຊິ່ງກວມເອົາ 63 ເຂດເລືອກຕັ້ງຈາກທັງໝົດ 330 ເຂດເລືອກຕັ້ງທົ່ວປະເທດ. ການເລືອກຕັ້ງທົ່ວໄປ ຮອບທຳອິດ ກຳນົດໄວ້ ໃນວັນທີ 28 ທັນວານີ້.ໃນຂະນະທີ່ ຮອບທີສອງ ກຳນົດໄວ້ໃນວັນທີ 11 ມັງກອນ 2026, ກວມເອົາ ທັງໝົດ 202 ເຂດເລືອກຕັ້ງ. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ມີການປະກາດ ວັນທີສຳລັບການນັບຄະແນນສຽງ ແລະ ການປະກາດ ຜົນການເລືອກຕັ້ງ.ກ່ອນໜ້ານີ້, ທ່ານ ພົນເອກ ມິນ ອອງ ລາຍ, ຜູ້ນຳ ຂອງ ລັດຖະບານ ທະຫານ ມຽນມາຍອມຮັບວ່າ ບໍ່ສາມາດ ຈັດການ ລົງຄະແນນ ສຽງ ທົ່ວປະເທດໄດ້ ເພາະວ່າ ກອງທັບຍັງຕໍ່ສູ້ກັບ ກຸ່ມປະກອບອາວຸດ ທີ່ຕໍ່ ຕ້ານ ລັດຖະບານ ທະຫານ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

