Sunday, January 11, 2026
Homeຂ່າວຕ່າງປະເທດຍີ່ປຸ່ນ ກວດພົບພະຍາດໄຂ້ຫວັດສັດປີກ ຊະນິດ ຮຸນແຮງ ພາຍໃນປະເທດ

ຍີ່ປຸ່ນ ກວດພົບພະຍາດໄຂ້ຫວັດສັດປີກ ຊະນິດ ຮຸນແຮງ ພາຍໃນປະເທດ

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ຍີ່ປຸ່ນ ຢືນຢັນການແຜ່ລະບາດ ຂອງພະຍາດໄຂ້ຫວັດສັດປີກ ຊຶ່ງເປັນເຊື້ອພະຍາດຊະນິດ ຮຸນແຮງໃນຟາມສັດປີກ ຊຶ່ງເປັນກໍລະນີທີ 10 ພາຍໃນປະເທດ ໃນລະດູການນີ້. ການແຜ່ລະບາດໃນຟາມທີ່ເມືອງຊິໂຣຊາໂຕະ ແຂວງອິບາຣາກິ ສົ່ງຜົນໃຫ້ຕ້ອງເລັ່ງກຳຈັດໄກ່ໄຂ່ ປະມານ 970.000ໂຕ ຊຶ່ງເປັນປະລິມານສັດປີກຫລາຍທີ່ສຸດໃນລະດູການນີ້. ການແຜ່ລະບາດຄັ້ງຫລ້າສຸດເຮັດໃຫ້ຈຳນວນໄກ່ ທີ່ຕ້ງຖືກກຳຈັດສະສົມເພີ່ມຂຶ້ນປະມານ 3,65 ລ້ານໂຕ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments