Friday, December 19, 2025
Homeຂ່າວພາຍໃນສໍາມະນາການຄຸ້ມຄອງຈັດການໄພພິບັດທາງທຳມະຊາດ ແລະ ການປະຕິບັດຕົວຈິງອັນຍິ່ງໃຫຍ່ ຂອງພັກກອມມູນິດຈີນ

ສໍາມະນາການຄຸ້ມຄອງຈັດການໄພພິບັດທາງທຳມະຊາດ ແລະ ການປະຕິບັດຕົວຈິງອັນຍິ່ງໃຫຍ່ ຂອງພັກກອມມູນິດຈີນ

ກອງປະຊຸມສຳ​ມະ​ນາວິຊາການກ່ຽວກັບ “ການຄຸ້ມຄອງຈັດການໄພພິບັດທາງທຳມະຊາດ ແລະ ການປະຕິບັດຕົວຈິງອັນຍິ່ງໃຫຍ່ຂອງພັກກອມມູນິດຈີນ ໄດ້ຈັດຂຶ້ນຢ່າງສຳເລັດຜົນທີ່ເມືອງຟູຢາງ, ແຂວງອານຮຸຍ ສປ ຈີນ ເມື່ອບໍ່​ດົນ​ມາ​ນີ້. ກອງປະຊຸມນີ້ຈັດຂຶ້ນໂດຍການຮ່ວມມືລະຫວ່າງສະມາຄົມການສຶກສາມາກ-ຊິດຂອງຈີນ, ສະມາຄົມຄົ້ນຄວ້າລີຕ້າຈ້າວແຫ່ງປະເທດຈີນ ແລະ ມະຫາວິທະຍາໄລສ້າງຄູຟູຢາງ. ກອງປະຊຸມສຳມະນາ ຄັ້ງນີ້ມີນັກວິຊາການຈາກບັນດາປະເທດເຂົ້າຮ່ວມເຊັ່ນ: ລາວ, ຫວຽດນາມ, ອີຕາລີ ແລະ ຜູ້ຊ່ຽວຊານ, ນັກວິຊາການ, ນັກສຶກສາຈາກມະຫາວິທະຍາໄລຊັ້ນນໍາຂອງຈີນ ເຂົ້າ​ຮ່ວມ. ເພື່ອແລກປ່ຽນຄວາມຄິດເຫັນ ແລະ ໄດ້ນຳສະເໜີການຄົ້ນຄວ້າກ່ຽວກັບວັດທະນະທຳແມ່ນ້ຳຮວາຍ ຄວນອີງໃສ່ “ຄວາມເຂົ້າໃຈທຳມະຊາດ” ແທນທີ່ຈະເປັນ “ການເອົາຊະນະທຳມະຊາດ” ແລະ ການໝູນໃຊ້ທິດສະດີມາກໃນຖານະສາຂາວິຊາໜຶ່ງເຂົ້າໃນການຄຸ້ມຄອງບໍລິຫານ, ເຊີດຊູຈິດວິນຍານແຫ່ງຫວັງຈາປາ, ສະໜັບສະໜູນທາງປັນຍາເພື່ອສະຫຼຸບປະສົບການທີ່ມີຄຸນຄ່າຂອງພັກກອມມູນິດຈີນໃນການປ້ອງກັນ, ຫຼຸດຜ່ອນ ແລະ ບັນເທົາທຸກໄພພິບັດ, ເພື່ອສ້າງລະບົບການຄຸ້ມຄອງໄພພິບັດທີ່ທັນສະໄໝ ແລະ ມີວິທະຍາສາດ.

ການຍຶດໝັ້ນຕໍ່ການນຳພາຂອງພັກກອມມູນິດຈີນ ແມ່ນການຮັບປະກັນພື້ນຖານສຳລັບການຕອບສະໜອງຕໍ່ຄວາມສ່ຽງຈາກໄພພິບັດທາງທຳມະຊາດ ແລະ ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ. ການຄຸ້ມຄອງໄພພິບັດທາງທຳມະຊາດແມ່ນບັນຫາສຳຄັນໃນການຊຸກຍູ້ຄວາມທັນສະໄໝຂອງລະບົບການປົກຄອງແຫ່ງຊາດ ແລະ ຄວາມສາມາດໃນການປົກຄອງ. ພັກກອມມູນິດຈີນ ຢືນຢັນໃນການສົມທົບການບັນເທົາໄພພິບັດກັບການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດ, ແລະ ສົມທົບການຟື້ນຟູ ແລະ ການເສີມຂະຫຍາຍຄວາມສາມາດໃນການພັດທະນາ, ໂດຍໃຊ້ໂລກະທັດ ແລະ ວິທີການວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມທາງປະຫວັດສາດເພື່ອເຂົ້າໃຈ ແລະ ຕອບສະໜອງຕໍ່ໄພພິບັດ. ຈາກທັດສະນະຂອງປະຫວັດສາດທີ່ຍາວນານໜຶ່ງສະຕະວັດຂອງການຕໍ່ສູ້ຂອງພັກກອມມູນິດຈີນ, ປະຫວັດສາດຂອງການນຳພາປະຊາຊົນໃນການຄຸ້ມຄອງຈັດການໄພພິບັດທາງທຳມະຊາດແມ່ນປະຫວັດສາດຂອງການປະຕິບັດຄວາມມຸ່ງຫວັງ ແລະ ພາລະກິດຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ແບ່ງປັນລົມຫາຍໃຈ, ຈຸດໝາຍປາຍທາງ ແລະ ຫົວໃຈດຽວກັນກັບປະຊາຊົນ. ການສະຫຼຸບປະສົບການຂອງພັກກອມມູນິດຈີນໃນການນຳພາການຄຸ້ມຄອງຈັດການໄພພິບັດທາງທຳມະຊາດບໍ່ພຽງແຕ່ສ້າງກໍາແພງຄວາມປອດໄພທີ່ໜັກແໜ້ນໃຫ້ແກ່ປະເທດຈີນໃນການຮັບມືກັບຄວາມສ່ຽງຈາກໄພພິບັດເທົ່ານັ້ນ, ແຕ່ຍັງນໍາພູມປັນຍາຂອງຈີນໄປປັບປຸງລະບົບການຄຸ້ມຄອງຈັດການໄພພິບັດລະດັບໂລກ ແລະ ສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຊາດອີກດ້ວຍ.

ບັນດານັກວິຊາການທີ່ເຂົ້າຮ່ວມໄດ້ອະທິບາຍຢ່າງເລິກເຊິ່ງກ່ຽວກັບແນວຄິດຫຼັກຂອງ “ປະຊາຊົນມາກ່ອນ, ຊີວິດມາກ່ອນ” ທີ່ສະແດງອອກໂດຍພັກຄອມມູນິດຈີນ ໃນການຄຸ້ມຄອງຈັດການໄພພິບັດ, ພ້ອມທັງຂໍ້ໄດ້ປຽບດ້ານລະບົບການນຳພາແບບລວມສູນ ແລະ ເປັນເອກະພາບຂອງພັກ; ໃນທາງປະຕິບັດ, ກອງປະຊຸມໄດ້ສະຫຼຸບຢ່າງເລິກເຊິ່ງກ່ຽວກັບປະສົບການຂອງພັກຄອມມູນິດຈີນ ໃນການຄຸ້ມຄອງໄພພິບັດທາງທຳມະຊາດໂດຍອີງໃສ່ເງື່ອນໄຂຕົວຈິງທາງພູມມິສາດ, ສະແດງໃຫ້ເຫັນເຖິງຄວາມສາມາດໃນການຈັດຕັ້ງ ແລະ ການລະດົມກຳລັງທີ່ໂດດເດັ່ນຂອງພັກກອມມູນິດຈີນ, ຄວາມສາມາດໃນການປະສານງານໂດຍລວມ ແລະ ຄວາມສາມາດໃນການຕັດສິນໃຈທາງວິທະຍາສາດ ແລະ ໃນແງ່ຂອງວິໄສທັດ, ໄດ້ເປີດຮູບແບບໃໝ່ຂອງການສົນທະນາຂ້າມອາລະຍະທຳໂດຍອີງໃສ່ສະພາບການທ້ອງຖິ່ນ ແລະ ມຸ່ງໄປສູ່ເວທີສາກົນ. ໂດຍການລວມເອົາກໍລະນີຂອງຈີນເຂົ້າໃນສະພາບການການຄຸ້ມຄອງຈັດການໄພພິບັດທົ່ວໂລກ, ກອງປະຊຸມໄດ້ສົ່ງເສີມການຄົ້ນຄວ້າປຽບທຽບ ແລະ ການແລກປ່ຽນປະສົບການລະຫວ່າງນັກວິຊາການຈີນ ແລະ ຕ່າງປະເທດ ແລະ ສ້າງເວທີສົນທະນາທາງວິຊາການເພື່ອສົ່ງເສີມການຄຸ້ມຄອງຈັດການໄພພິບັດທົ່ວໂລກ ແລະ ການສ້າງປະຊາຄົມຮ່ວມຊາຕາກໍາຂອງມະນຸດຊາດ.

ກອງປະຊຸມນີ້ໄດ້ສຶກສາຢ່າງເລິກເຊິ່ງ ແລະ ປະຕິບັດຕາມຈິດໃຈຂອງຄຳປາໄສທີ່ສຳຄັນຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ກ່ຽວກັບການປ້ອງກັນ, ການຫຼຸດຜ່ອນໄພພິບັດ ແລະ ການບັນເທົາທຸກ, ໂດຍໄດ້ສະຫຼຸບຢ່າງເປັນລະບົບກ່ຽວກັບແນວຄວາມຄິດທີ່ເປັນເອກະລັກ, ຜົນສຳເລັດອັນສະຫຼາດຫຼັກແຫຼມ ແລະ ປະສົບການທີ່ມີຄຸນຄ່າຂອງພັກກອມມູນິດຈີນໃນການນຳພາການຄຸ້ມຄອງຈັດການໄພພິບັດທາງທຳມະຊາດ ແລະ ເສີມສ້າງການຕີຄວາມໝາຍຂອງທິດສະດີມາກ ແລະ ການສ້າງພະລັງການສົນທະນາທາງວິຊາການໃນຂົງເຂດນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments