ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມສາກົນ ກ່ຽວກັບ “ຄູ່ຮ່ວມມືທົ່ວໂລກຕ້ານການຫລອກລວງທາງໄຊເບີ” ໂດຍມີ ລັດຖະບານໄທ ແລະ ຫ້ອງການສະຫະປະຊາຊາດ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ໄດ້ຮ່ວມກັນຈັດຂຶ້ນ ໃນວັນທີ 17–18 ທັນວາ, ຢູ່ນະຄອນຫລວງບາງກອກ, ປະເທດໄທ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືມາດຕະການຮັບມືກັບ ອາດຊະຍາກຳຫລອກລວງທາງໄຊເບີ, ເປັນສິ່ງທ້າທາຍຂ້າມຊາດ ຕິດພັນກັບການຄ້າມະນຸດ, ບີບບັງຄັບແຮງງານ ແລະ ການຟອກເງິນ. ໃນໂກາດນີ້ ທ່ານ ເລແອັງຕວັນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າ: ການຫລອກລວງທາງໄຊເບີ ແມ່ນບໍ່ມີພົມແດນ, ຕ້ອງການມີຄວາມມານະພະຍາຍາມລວມໝູ່ຂອງປະຊາຄົມສາກົນຕ້ານອາດຊະຍາກຳ ປະເພດນີ້; ພ້ອມກັນນັ້ນ, ຍັງຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ເຊັນ, ໃຫ້ສັດຕະຍາບັນສົນທິສັນຍາຮ່າໂນ້ຍ ຕ້ານອາດຊະຍາກຳທາງໄຊເບີ ແລະ ເນັ້ນໜັກເຖິງການແບ່ງປັນຂໍ້ມູນ, ຫລັກຖານເອເລັກໂຕນິກຢ່າງວ່ອງໄວ, ມີປະສິດທິຜົນແມ່ນປັດໄຈແກ່ນສານ ເພື່ອສະກັດກັ້ນ ແລະ ແກ້ໄຂອາດຊະຍາກຳນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

