ດ້ວຍຜົນສໍາເລັດລົງ ຢ່າງຈົບງາມ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ ເລີ່ມແຕ່ວັນທີ 3 ຫາ ວັນທີ 5 ສິງຫາ 2022 ນີ້ ທີ່ສະໂມສອນເມືອງ ອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນ ແຂວງໄຊສົມ ບູນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາ ພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຕະຫຼອດຮອດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍບັນດາພະແນກການ, ກົມກອງ ອ້ອມຂ້າງແຂວງ ແລະ ອາດີດການນໍາພັກ-ລັດ ເຂົ້າຮ່ວມ. ຕະຫຼອດໄລຍະ 3 ວັນ ຂອງການດໍາເນີນກອງປະຊຸມ ຜູ້ແທນໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດ ວຽກງານຮອບ ດ້ານ ພ້ອມທັງຍົກເອົາບັນຫາ, ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນແຂວງ ມາຄົ້ນຄ້ວາປະກອບຄໍາຄິດຄໍາເຫັນ, ຊີ້ແຈງອະທິບາຍຕາມຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງໄຊສົມບູນ ເປັນຕົ້ນແມ່ນການຈັດຕັ້ງແຜນແບ່ງງົບປະມານໃຫ້ແຕ່ລະພາກສ່ວນ ຄຽງຄູ່ກັບການແກ້ໄຂບັນຫາໜີ້ສິນຂອງແຂວງ, ມາດຕະການໃນການຄຸ້ມຄອງບັນດາບໍລິສັດຂຸດຄົ້ນບໍ່ແຮ່ ຢູ່ແຂວງໄຊສົມບູນ,  ບັນຫາການອອກໃບຕາດິນຊັກຊ້າ ແລະ ການຈັບຈອງທີ່ດິນ ແບບຊະຊາຍໃນເຂດສະຫງວນ, ການແກ້ໄຂບັນຫາການບຸກລຸກພື້ນທີ່ປ່າໄມ້, ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ການແກ້ໄຂບັນຫາ ກ່ຽວກັບການຄຸ້ມຄອງບັນດາໂຄງການລົງທຶນຂອງລັດ ທີ່ຍັງຊັກຊ້າ, ບັນຫາທີ່ວຽກງານການສຶກສາ ແລະ ສາທາລະນະສຸກ ບໍ່ບັນລຸຄາດໝາຍຕົວຊີ້ວັດ, ການພັດທະນາ ແລະ ປັບປຸງສະຖານທີ່ບໍລິການທ່ອງທ່ຽວ ໃຫ້ເປັນຈຸດດຶງດູດນັກທ່ອງທ່ຽວ, ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ແຂວງໄຊສົບູນ, ການຈັດຕັ້ງປະຕິບັດ ດໍາລັດ 414 ຂອງລັດຖະບານ, ການແກ້ໄຂຄະດີອາຍາ, ຄະດີແພ່ງຂັ້ນຕົ້ນ ແລະ ຂັ້ນອຸທອນ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. ນອກນັ້ນ.

ກອງປະຊຸມຍັງໄດ້ຄົ້ນຄວ້າພິຈາລະນາ, ລົງຄະແນນສຽງຮັບຮອງເອົາການສະເໜີແຕ່ງຕັ້ງບັນດາຫົວໜ້າພະແນກ ການຄື: ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ທົງສະຫວັນ ໂພສະລາດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂຶ້ນເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ, ຮັບຮອງເອົາການສະ ເໜີແຕ່ງຕັ້ງ ທ່ານ ພາທໍ່ ຕົ່ງເຢີທໍ່ ຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ຂຶ້ນເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ພຸດ ອິນທະວົງ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂຶ້້ນເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ພ້ອມທັງຄົ້ນຄ້ວາພິຈາລະນາຮັບຮອງເອົາຮ່າງຂໍ້ ຕົກລົງ ຂອງທ່ານເຈົ້າແຂວງໄຊສົມບູນ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງ ວ່າດວ້ຍການຮັບຮອງໂຄງປະກອບກົງຈັກການຈັດຕັ້ງ ຂັ້ນແຂວງ ແລະ ຂັ້ນເມືອງ 5 ເມືອງ, ຂໍ້ຕົກລົງ ວ່າດ້ວຍກອງທຶນພະນັກງານບໍານານ ແລະ ຜູ້ສູງອາຍຸ ແລະ ຂໍ້ຕົກລົງ ວ່າດ້ວຍລະ ບຽບການ ແລະ ກົນໄກການເຮັດວຽກ ຂອງອົງການປົກຄອງ ແຂວງໄຊສົມບູນ ຊຸດທີ I  ພ້ອມນີ້ຍັງໄດ້ພິຈາລະນາຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ພິຈາລະນາຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ພິຈາລະນາຮັບຮອງເອົາແຜນການເຄື່ອນໄຫວ ແລະ ແຜນງົບປະມານ ຂອງສອງ ວາລະແຫ່ງຊາດ ແລະ ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022.

ໂດຍກອງປະຊຸມ ໄດ້ສະເໜີໃຫ້ອົງການປົກຄອງແຂວງ ຈົ່ງຮີບຮ້ອນສຸມໃສ່ຈັດຕັ້ງປະຕິ ບັດບັນດາຄາດໝາຍ ແລະ ມາດຕະການຕ່າງໆ ທີ່ໄດ້ສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດທິດ ທາງແຜນການ 6 ເດືອນທ້າຍປີ 2022 ສາມາດບັນລຸບັນຕາມແຜນການທີ່ກໍານົດໄວ້ ໂດຍສືບຕໍ່ຊີ້ນໍາອົງການປົກຄອງແຂວງ ຕະຫລອດຮອດອົງການປົກຄອງເມືອງ ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບ ໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກ ດ້ວຍການຫັນເອົາສິ່ງທ້າທາຍຕ່າງໆ ມາເປັນໂອກາດໃນການເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະເໜີໃຫ້ອົງການປົກຄອງແຂວງ ເພີ່ມທະວີການໂຄສະນາເຜີຍແຜ່ ປຸກລະ ດົມໃຫ້ພໍ່ແມ່ປະຊາຊົນ ຊາວແຂວງໄຊສົມບູນ ໃຫ້ໄດ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ຄວາມໝາຍ-ສໍາຄັນ ຂອງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍການຫັນມາມີສ່ວນຮ່ວມໃນການສູ້ຊົນ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ປະເທດຊາດ ເວົ້າລວມ ເວົ້າສະເພາະກໍຄື ແຂວງໄຊສົມບູນ ຫລຸດພົ້ນອອກຈາກສະພາຫວະຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ ຫລຸດໜ້ອຍຖອຍລົງ ເທື່ອລະກ້າວ, ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ປັບປຸງກົນໄກ, ວິທີການປະສານສົມທົບກັບ ອົງການປົກຄອງແຂວງ ໃນການທາບທາມຮ່າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຕ່າງໆ ໃຫ້ສອດຄ່ອງຕາມຄວາມຮຽກຮ້ອງ ຕ້ອງການ ຂອງແຕ່ລະໄລຍະ ທັງເອົາໃຈໃສ່ປະຕິບັດກົນໄກການຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງອົງການປົກຄອງແຂວງ ໃຫ້ໄດ້ຮັບຜົນດີ ຂຶ້ນກວ່າເກົ່າ.

ໂອກາດທີ່ ທ່ານ ແດງ ປະທຸມທອງ ໄດ້ກ່າວສູນທອນພົດປິດກອງປະຊຸມ ຢ່າງເປັນທາງການ ທ່ານໄດ້ຕາງໜ້າໃຫ້ປະ ຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18, ສະມາຊິກສະພາປະ ຊາຊົນແຂວງ, ອົງການປົກຄອງແຂວງ ແລະ ການຈັດຕັ້ງພັກ-ລັດ ທຸກຂັ້ນ ຈົ່ງພ້ອມກັນນໍາເອົາມະຕິກອງປະຊຸມຄັ້ງນີ້ ໄປຜັນຂະ ຫຍາຍ ເຂົ້າໃນວຽກງານຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດ, ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິ ບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຢ່າງຕັ້ງໜ້າ ພ້ອມທັງຕ້ອງມີການສະຫຼຸບລາຍງານຕໍ່ຄະນະປະຈໍາສະພາ ປະຊາຊົນແຂວງ ໃຫ້ເປັນປົກກະຕິ. ທັງນີ້ ກໍເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມຂອງແຂວງ ມີການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ການຜະລິດກະສີກໍາເປັນສິນຄ້າ  ນັບມື້ນັບເພີ່ມຂຶ້ນ, ແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງ ຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ແກ້ໄຂ ດີຂຶ້ນເທື່ອລະກ້າວ.


LEAVE A REPLY

Please enter your comment!
Please enter your name here