ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG, ນັບແຕ່ວັນທີ 18 ທັນວາ 2025 ນີ້ເປັນຕົ້ນໄປ, ສປ ຈີນ ເລີ່ມປະຕິບັດດ່ານພາສີ ອິດສະຫລະທົ່ວເກາະໄຫຫລຳ ຢ່າງເປັນທາງການ. ນັບມາຮອດປັດຈຸບັນນະໂຍບາຍ ແລະ ເອກະສານຕ່າງໆ ກ່ຽວກັບ ດ່ານພາສີອິດສະຫລະໄດ້ຮັບການຈັດຕັ້ງປະຕິບັດພ້ອມກັນເຊັ່ນ: ບັນຊີລາຍຊື່ສິນຄ້າເກັບພາສີນຳເຂົ້າ, ນະໂຍບາຍພາສີດ້ານການຈໍລະຈອນສິນຄ້າ, ບັນຊີລາຍຊື່ສິນຄ້າ ແລະ ວັດຖຸສິ່ງຂອງທີ່ຕ້ອງຫ້າມ ຫລື ຈຳກັດດ້ານຂາເຂົ້າ-ຂາອອກ, ນະໂຍບາຍຍົກເວັ້ນພາສີ ຕໍ່ຜະລິດຕະພັນປຸງແຕ່ງທີ່ມີມູນຄ່າເພີ່ມ, ລະບຽບການຕິດຕາມຄຸ້ມຄອງອົງການພາສີ ແລະ ອື່ນໆ. ຫລັງຈາກປະຕິບັດດ່ານພາສີອິດສະຫລະທົ່ວເກາະໄຫຫລຳແລ້ວ, ແຂວງໄຫຫລຳຍັງຈະເປີດກວ້າງຂົງເຂດການເປີດປະຕູຢ່າງບໍ່ຢຸດຢັ້ງ, ສືບຕໍ່ປັບປຸງລະບົບນະໂຍບາຍ ແລະ ລະບຽບການໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ພະຍາຍາມສ້າງເປັນດ່ານສຳຄັນທີ່ນຳພາການເປີດປະຕູ ສູ່ພາຍນອກຂອງ ສປ ຈີນ ໃນຍຸກໃໝ່.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

