ໃນວັນທີ 15 ທັນວາ 2025 ຜ່ານມາ, ສະຖານທູດຍີ່ປຸ່ນປະຈຳລາວ ຈັດງານລ້ຽງສະ ເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະຍີ່ປຸ່ນ ໂດຍມີ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງຍີ່ປຸ່ນປະຈຳ ສປປ ລາວ ໄດ້ກ່າວວ່າ: ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດລະ ຫວ່າງ ຍີ່ປຸ່ນ ແລະ ລາວ ຄົບຮອບ 70 ປີໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນລະຫວ່າງສອງປະເທດ ຊຶ່ປີນີ້ ເຫັນວ່າມີເຫດການສຳຄັນຫລາຍຢ່າງເກີດຂຶ້ນ ເປັນຕົ້ນ ແມ່ນການຢ້ຽມຢາມປະເທດຍີ່ປຸ່ນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນມັງກອນ ແລະການຍົກລະດັບສາຍພົວພັນຂອງສອງຝ່າຍໃຫ້ມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ ການຢ້ຽມຢາມປະເທດລາວຂອງເຈົ້າຍິງ ໄອໂກະ ໃນເດືອນພະຈິກ.

ໃນໂອກາດດຽວກັນນີ້, ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ຍັງໄດ້ຮັບໃບຍ້ອງຍໍກຽດຕິຄຸນຈາກ ລັດຖະມົນຕີກະຊວງການຕ່າງ ປະເທດຍີ່ປຸ່ນ ເພື່ອຮັບຮູ້ເຖິງການປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ຍີ່ປຸ່ນ-ລາວ ນັບແຕ່ການສ້າງຕັ້ງຄະນະໃນປີ 1992
ເປັນຕົ້ນມາ.

