ລັດຖະບານ ແຫ່ງ ສປປ ລາວ ໄດ້ເຫັນດີຮັບຮອງເອົາຖະແຫຼງການແຫ່ງຊາດວ່າດ້ວຍການຫັນປ່ຽນການສຶກສາ ຢູ່ໃນ ສປປ ລາວ ເຊິ່ງຈະຊ່ວຍເພີ່ມທະວີຄວາມພະຍາຍາມຂອງ ສປປ ລາວ ໃນການປັບປຸງຄຸນນະພາບຂອງການສຶກສາໃນ ສປປ ລາວ, ໂດຍສະເພາະໃນສະພາບການລະບາດຂອງພະຍາດ ໂຄວິດ-19. ພາກສ່ວນທີ່ກ່ຽວຂ້ອງໄດ້ເຫັນດີຮັບຮອງເອົາ ຖະ​ແຫຼ​ງການ​ດັ່ງກ່າວ ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ແຫ່ງຊາດ​ ກ່ຽວ​ກັບ​ການ ຫັນປ່ຽນການ​ສຶກສາ ທີ່ໄດ້ຈັດຂຶ້ນ​ໃນວັນທີ 2 ສິງຫາ ​ໂດຍໃຫ້ກຽດ​ເປັນ​ປະທານ​ຮ່ວມໂດຍ ພະນະທ່ານ ຮອງສາດສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເເລະ ທ່ານ Jan Delbaere ວ່າການຜູ້ປະສານງານອົງການສະຫະປະຊາຊາດ. ນອກນັ້ນ, ຍັງໃຫ້ກຽດເຂົ້າຮວມໂດຍ ພະນະທ່ານ ປອ. ສົມກຽດ ພະສີ, ຮອງລັດຖະມົນຕີ ສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸນຕາ ເທບພະວົງ, ຮອງປະທານກຳມາທິການເເຜນການ, ການເງິນ ເເລະ ການກວດສອບ ສະພາເເຫ່ງຊາດ, ເເລະ ທ່ານ ດາວວີ ວົງໄຊ, ຫົວໜ້າກົມ ອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ພ້ອມດ້ວຍຜູ້ຕາງໜ້າ​ຈາກ​ອົງການ​ປະສານ​ງານ​ ​ຂອງ ​ສະຫະ​ປະຊາ​ຊາດ, ທ່ານນາງ ດຣ. Pia Rebello Britto, ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ ເເລະ ທ່ານ Nyi Nyi Thaung, ຜູ້ຊ່ຽວຊານໂຄງການຈາກ UNESCO ບາງກອກ. ໃນກອງປະຊຸມອັນສໍາຄັນດັ່ງກ່າວ ຍັງມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ,​ ບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ ຈໍານວນປະມານ 70​ ກວ່າຄົນ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມ ເເລະ ນຳສະເໜີ ຖະແຫຼງການແຫ່ງຊາດວ່າດ້ວຍການຫັນປ່ຽນການສຶກສາ ໃນກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ (Global Transforming Education Summit) ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ໃນເດືອນ ກັນຍານີ້. ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວຈະ​ໄດ້ຮັບການຊີ້ນຳໂດຍ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ເເລະ​ ເປັນ​ສ່ວນ​ໜຶ່ງ​ຂອງ ກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ. ນອກນັ້ນ, ກອງ​ປະຊຸມ​ສຸດ​ຍອດ ນີ້ຈະ​ຊ່ວຍ​ເຊື່ອມ​ໂຍງ​ບຸລິມະສິດ​ດ້ານ​ການ​ສຶກສາ​ຂອງ​ລັດຖະບານເເຫ່ງ ສປປ ລາວ ເຂົ້າກັບຄວາມພະຍາຍາມຂອງ​ທົ່ວ​ໂລກທີ່ກໍາລັງຈັດຕັ້ງປະຕິບັດຢູ່ ​ເພື່ອ​ລະດົມແນວຄວາມຄິດ ແລະ ກິດຈະກໍາ ເພື່ອຫັນປ່ຽນ​ການ​ສຶກສາ ແຕ່ນີ້ ຮອດ ​ປີ 2030, ພ້ອມດ້ວຍການ​ບັນລຸ​ເປົ້າໝາຍ SDG 4 ດ້ານ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ.

ພະນະທ່ານ ດຣ. ພຸດ ສິມມາລາວົງ ໄດ້ກ່າວວ່າ “ຖະແຫຼງການແຫ່ງຊາດວ່າດ້ວຍການຫັນປ່ຽນການສຶກສາ ທີ່ພວກເຮົາໄດ້ຮັບຮອງເອົາໃນມື້ນີ້ ແມ່ນຜົນໄດ້ຮັບຈາກຄວາມພະຍາຍາມທັງໝົດຂອງພວກເຮົາທີ່ຜ່ານມາ ແລະ ຈະຊ່ວຍຜັນຂະຫຍາຍວຽກງານການປັບປຸງຜົນການຮຽນຂອງນັກຮຽນໃນທົ່ວປະເທດ ແລະ ແກ້ໄຂການສູນເສຍການຮຽນທີ່ເກີດຂຶ້ນຈາກການປິດໂຮງຮຽນໃນໄລຍະການລະບາດຂອງພະຍາດ ໂຄວິດ-19. ນອກຈາກນີ້, ມັນຍັງສອດຄ່ອງກັບແຜນຍຸດທະສາດການພັດທະນາການສຶກສາ ແລະ ກິລາຂອງ ສປປ ລາວ  ແລະ SDG 4,” .ພ້ອມກັນນີ້, ທ່ານຍັງໄດ້ກ່າວຂອບໃຈຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການແກ້ໄຂບັນຫາ ຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ການຮຽນຂອງເດັກນ້ອຍ ໃນ ສປປ ລາວ ເຊັ່ນດຽວກັນ.

ໃນຄໍາຖະແຫຼງການສະບັບໃໝ່ນີ້, ລັດຖະບານເເຫ່ງ ສປປ ລາວ ຈະສຸມໃ​ສ່ການຈັດຕັ້ງປະຕິບັດວຽກງານໃນ 4 ຫົວຂໍ້ເປັນຫຼັກ, ເຊິ່ງລວມມີ ການຟື້ນຟູການຮຽນຈາກຜົນກະທົບຂອງ ໂຄວິດ-19, ການຈິນຕະນາການຄືນໃໝ່ເຖີງຮູບເເບບຂອງການສຶກສາ, ການສ້າງຄວາມເຂັ້ມແຂງດ້ານການເງິນພາກລັດສຳລັບວຽກງານສຶກສາ ແລະ ຍົກສູງເປົ້າໝາຍລະດັບຊາດ ແລະ ມາດຕະຖານການສຶກສາ.

​ກອງ​ປະຊຸມ​ປຶກສາ​ຫາລື​ ເເລະ ຖະ​ແຫຼ​ງການ​ດັ່ງກ່າວ ເເມ່ນສ້າງຂຶ້ນບົນພື້ນຖານໝາກຜົນ ຂອງການປຶກສາຫາລືລະດັບຊາດກ່ຽວກັບການສຶກສາ ທີ່ໄດ້ຈັດຂຶ້ນໃນ ເດືອນພຶດສະພາ 2022 ທີ່ຜ່ານມາ ຊຶ່ງຈັດໂດຍ ກະຊວງສຶກສາທິການ ແລະ ກິລາ, ເຊີ່ງໄດ້​ເຕົ້າ​ໂຮມ​ເອົາຄຳຄິດເຫັນ​ຈາກ​ຫຼາຍ​ພາກສ່ວນ​ທີ່​ກ່ຽວຂ້ອງ ເຊັ່ນ: ຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາກະຊວງອ້ອມຂ້າງ, ສະພາ​ແຫ່ງ​ຊາດ ​ແລະ ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ, ​ເພື່ອຊ່ວຍ​ກຳນົດ​ນະໂຍບາຍ​ທີ່​ຕິດ​ພັນ​ກັບ 4 ​ຫົວ​ຂໍ້ຫຼັກໃນ ຄໍາຖະແຫຼງການ​ທີ່ໄດ້​ກ່າວ​ມາ. ສປປ ລາວ ຍັງເປັນປະເທດທຳອິດທີ່ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ເພື່ອກຽມເຂົ້າຮວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ໂດຍໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2022 ພາຍໃຕ້ກົນໄກຂອງ ໜ໋ວຍງານວິຊາການຂະແໜງການສຶກສາ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໂດຍການເປັນປະທານຂອງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ເປັນປະທານຮ່ວມໂດຍ ຜູ້ຕາງໜ້າຈາກຫ້ອງການປະສານງານຂອງອົງການສະຫະປະຊາຊາດປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຈາກອົງການ ອຸຍນີເຊັບ.

ຜົນຂອງການປຶກສາກຫາລືໃນກອງປະຊຸມດັ່ກ່າວ ຍັງໄດ້ຊ່ວຍເປັນຂໍ້ມູນໃຫ້ແກ່ ຄະນະຜູ້ແທນຂອງ ສປປ ລາວ ໃນການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການສຶກສາປະຈໍາພາກພື້ນອາຊີປາຊີຟິກ ຄັ້ງທີ II  (APREMC-II) ​ແລະ​ ກອງ​ປະຊຸມກະກຽມສຳລັບ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ​ທີ່ໄດ້ຈັດຂື້ນທີ່ ​ປາຣີ ໃນ​ເດືອນ​ມິຖຸນາ ​ປີ 2022.

ທ່ານ Jan Delbaere  ກ່າວວ່າ “ພະຍາດ ໂຄວິດ-19 ນັ້ນບໍ່ພຽງເເຕ່ສົ່ງຜົນກະທົບຕໍ່ດ້ານສຸຂະພາບ ເເລະ ສະຖານະການໃນປະຈຸບັນ ແມ່ນມີຄວາມສໍາຄັນເປັນພິເສດຫຼາຍສຳລັບບັນດາຄູ ແລະ ນັກຮຽນ”. ທ່ານ ຍັງໄດ້ກ່າວຕື່ມວ່າ “ການ​ຫັນ​ປ່ຽນ​ການ​ສຶກ​ສາ​ນັ້ນ ເເມ່ນຕ້ອງການ​ ໃຫ້ມີການຕັດສິນໃຈທີ່ສໍາຄັນ, ​ແຕ່​ຕ້ອງມີການກໍານົດນະໂຍບາຍ ແລະ ການກະທໍາທີ່ເປັນຮູບປະທໍາ ​ເພື່ອ​ໃຫ້ສາມາດເພີ່ມ​ລາຍ​ຮັບ​ຢ່າງ​ວ່ອງ​ໄວ, ຂະຫຍາຍ​ການ​ຈັດ​ສັນ​ງົບປະມານ​ໃຫ້​ບັນດາ​ຂະ​ແໜງ​ການ​ທີ່ເປັນບຸລິມະສິດ ​ແລະ ປັບປຸງ​ປະສິດທິ​ຜົນ​ຂອງການ​ຈັດ​ສັນ, ຂ້າພະເຈົ້າເຊື່ອໝັ້ນວ່າສິ່ງ​ດັ່ງກ່າວ​ຈະ​ເປັນ​ໄປ​ໄດ້”.

ທ່ານ Nyi Nyi Thaung ໄດ້ກ່າວວ່າ “ຂ້າພະເຈົ້າຂໍສະແດງຄວາມຍິນດີ ກັບ ສປປ ລາວ ທີ່ໄດ້ປະຕິບັດຂະບວນການປຶກສາຫາລືຢ່າງສົມບູນແບບກ່ຽວກັບ ເປົ້າໝາຍ ເເລະ ວິທີການຫັນປ່ຽນການສຶກສາໃນສະພາບການຕົວຈິງຂອງປະເທດ. ພ້ອມດຽວກັນນັ້ນ, ຂ້າພະເຈົ້າຍັງຂໍສະແດງຄວາມຍິນດີກັບ ສປປ ລາວ ທີ່ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະລົງມືຈັດຕັ້ງປະຕິບັດຢ່າງໝຸ້ງໝ​ັ້ນໃນການຫັນປ່ຽນການສຶກສາ,”.

ທ່ານ ນາງ ດຣ. Pia Rebello Britto ກ່າວວ່າ “ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ໃຫ້ການນຳພາ ໃນການປຶກສາຫາລືໃນຄັ້ງນີ້, ພ້ອມດ້ວຍ ສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ວຽກງານສຶກສາໃນ ສປປ ລາວ ແລະ ໄດ້ໃຫ້ກຽດເຂົ້າຮວມງານນຳພວກເຮົາໃນມື້ນີ້. ຄຳຖະແຫຼງການໃໝ່ນີ້ ສະເເດງໃຫ້ເຫັນເຖິງການເຮັດວຽກຮ່ວມກັນລະຫວ່າງພວກເຮົາທຸກຄົນ ເພື່ອປັບຕົວເຂົ້າກັບສະພາບການປ່ຽນເເປງໃນໂລກ ເເລະ ເພື່ອຮັບປະກັນວ່າລູກຫຼານຂອງພວກເຮົາໄດ້ຮັບໂອກາດໃນການສຶກສາທີ່ເໝາະສົມກັບສະຕະວັດທີ 21 ແລະ ທີ່ທຸກຄົນຕ້ອງການເພື່ອສາມາດໃຊ້ຊີວິດຢ່າງເຕັມທີ່,”

LEAVE A REPLY

Please enter your comment!
Please enter your name here