ວັນທີ 16 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຢູ່ຫຼັກ 21, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາແຂກເຊີນຈາກຫ້ອງການຜູ້ຕາງໜ້າກະຊວງ ປ້ອງກັນປະເທດແຫ່ງ ສ ຣັດເຊຍ, ພ້ອມດ້ວຍກົມກອງກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ ແມ່ນປະຕິບັດຕາມສັນຍາ ວ່າດ້ວຍການຊ່ວຍເຫຼືອທາງດ້ານເຕັກນິກການທະຫານ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນປີ 2017 ເພື່ອປະກອບສ່ວນເຮັດໃຫ້ກອງທັບປະຊາຊົນລາວ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ເວົ້າລວມ, ເວົ້າສະເພາະ ແມ່ນແຜນການຮ່ວມມືປັບປຸງຍົກລະດັບສະມັດຕະພາບຄວາມອາດສາມາດໃນການສ້ອມແປງຟື້ນຟູພາຫະນະອາວຸດຍຸດໂທປະກອນເຕັກນິກໃຫ້ແກ່ກອງທັບປະຊາຊົນລາວ. ເພື່ອເປັນການເສີມສ້າງການພົວພັນຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສ ຣັດເຊຍ ໃຫ້ແໜ້ນແຟ້ນກວ່າເກົ່າ ເວົ້າລວມ, ເວົ້າສະເພາະ ແມ່ນແຜນຮ່ວມມືປັບປຸງຂະແໜງເຕັກນິກ ໃນໄລຍະໃໝ່ ທີ່ພວມສຸມໃສ່ປັບປຸງຂະຫຍາຍພື້ນຖານໂຄງລ່າງຂອງຂະແໜງເຕັກນິກ ເພື່ອຮັບປະກັນຄວາມພ້ອມ ກຽມຮັບເອົາບັນດາເຄື່ອງອຸປະກອນທີ່ຝ່າຍຣັດເຊຍຊ່ວຍເຫຼືອໃນຕໍ່ໜ້າ, ສ້າງກອງພັນສ້ອມແປງ 2 ແຫ່ງ ດັ່ງກ່າວ ໃຫ້ສາມາດຮອງຮັບການສ້ອມແປງພາຫະນະການເຕັກນິກທະຫານ ເຂົ້າມາສ້ອມແປງ-ຮັບປະກັນດ້ານເຕັກນິກໃຫ້ແກ່ກອງທັບ. ການຊ່ວຍເຫຼືອ ຂອງກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ໃນການປັບປຸງຍົກລະດັບຄວາມອາດສາມາດຂອງວຽກງານເຕັກນິກສ້ອມແປງຂອງກອງທັບພວກກເຮົາ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນຊັບສິນອັນລໍ້າຄ່າ ຄຸນນະພາບສູງ ຂອງກົມໃຫຍ່ເຕັກນິກ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຊິ່ງພວກເຮົາຈະຄຸ້ມຄອງ, ບົວລະບັດປົກປັກຮັກສາໃຫ້ດີ ເພື່ອນໍາໃຊ້ຍາວນານ ແລະ ໃຫ້ເກີດໝາກຜົນດີ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຂຶ້ນກ່າວມອບ ແລະ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກ ຂຶ້ນກ່າວຮັບຢ່າງເປັນທາງການ. ສິ່ງດັ່ງກ່າວ ໄດ້ເປັນຂີດໝາຍສໍາຄັນໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສ ຣັດເຊຍ ໃນການປະກອບສ່ວນພັດທະນາກອງທັບປະຊາຊົນລາວ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ.

ໃນພິທີດັ່ງກ່າວ ໄດ້ມີການມອບຫຼຽນມິດຕະພາບ ແລະ ໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ ໃຫ້ຕາງໜ້າຄະນະວິຊາການ ສ ຣັດເຊຍ 2 ສະຫາຍ ຄື: ສະຫາຍ ບັບກິນ ຢູຣີ ອາເລັກ ຊານໂດຣວິດ ແລະ ສະຫາຍ ບາຣີເຊັນໂກ ເຊີຣເກເຢວິດ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກ.

