ແຫລ່ງຂ່າວຈາກ ແແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງເງິນ ທັງເປັນຫົວໜ້າຄະນະຊີ້ນຳລະດັບຊາດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ແລະ ທ່ານທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປ ລາວ, ທ່ານ ໄພສານ ຈັນສີນາ ແລະ ທ່ານ ໝອນຄຳ ສຸລິນພູມີ ຮອງຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍ ຄະນະກຳມະການເດີນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນແຂວງ ລົງເຄື່ອນໄຫວວຽກງານຕິດຕາມວຽກງານດ້ານຕ່າງໆ ຢູ່ແຂວງສະຫວັນນະເຂດ ໃນວັນທີ 15 ທັນວາ 2025

ການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ຄະນະດັ່ງກ່າວ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດໂຄງການອາຫານທ່ຽງຂອງນັກຮຽນໂຮງຮຽນປະຖົມ ບ້ານນາເດື່ອ ເມືອງອຸທຸມພອນ; ຕິດຕາມເບິ່ງໂຄງການກໍ່ສ້າງທາງເບຕົງເສີມເຫລັກຂອງບ້ານມ່ວງໄຂ່ ແລະ ຕິດຕາມການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານມ່ວງໄຂ່ ເມືອງໄຊພູທອງ.

ທ່ານ ພູສະຫວັນ ເທບສີທາ ຮອງເຈົ້າເມືອງໄຊພູທອງ ໄດ້ລາຍງານວ່າ: ປັດຈຸບັນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານມ່ວງໄຂ່ ໄດ້ມີຜົນສຳເລັດດັ່ງນີ້: ຈຳນວນທີ່ຢູ່ອາໄສຄາດຄະເນມີ: 1.181 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາໄສທີ່ຖືກຈົດນັບ 1.042 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາໄສທີ່ຈົດນັບສຳເລັດ 761 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາໄສບໍ່ສາມາດຕິດຕໍ່ໄດ້ 1 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາໄສທີ່ຫວ່າງເປົ່າ/ຊ່ວງລະດູການ/ບໍ່ແມ່ນເປົ້າໝາຍຂອງການສຳຫລວດ 278 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາໄສປະຕິເສດ 0 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາໄສທີ່ກຳລັງຢູ່ໃນໄລຍະສຳພາດ 7 ທີ່ຢູ່ອາໄສ.

