ຄົນອາຍຸເກີນ 40 ຕ້ອງຢຸດເອົາ “ສຸຂະພາບ” ໄປແລກປ່ຽນກັບ “ຄວາມລ້ຳລວຍ” ໄດ້ແລ້ວ ເພາະເຖິງຕອນນັ້ນເຈົ້າມີ “ເງິນ” ເທົ່າໃດກໍຊື້ “ສຸຂະພາບ” ຄືນມາບໍ່ໄດ້. ຕໍ່ໃຫ້ມີ ‘ໄຮ່ນາ’ ຫລວງຫລາຍກໍ່ກິນ ‘ເຂົ້າ’ ໄດ້ພຽງມື້ລະຕິບເຖິງຈະມີ ‘ເຮືອນຫລັງໃຫຍ່’ ຫຼາຍສິບຫຼັງກໍ່ຕ້ອງການ ‘ເນື້ອທີ່ຫຼັບນອນ’ ຍາມຄ່ຳຄືນພຽງແປດຕາລາງແມັດ. ດັ່ງນັ້ນ ຕາບໃດທີ່ຍັງມີ ເຂົ້າປາອາຫານກິນຢ່າງພຽງພໍ ມີເງີນພໍໃຊ້ສອຍໄດ້ທຸກມື້ ພຽງເທົ່ານີ້ກໍດີເຫຼືອຫຼາຍແລ້ວ! ອາຍຸເທົ່ານີ້ແລ້ວ ຄວນຢູ່ຢ່າງເປັນສຸກ ທຸກຄົວເຮືອນຕ່າງກໍ່ມີບັນຫາຂອງຕົນເອງ ຢ່າເອົາແຕ່ໄປຄິດປຽບທຽບ ແກ້ງແຍ້ງແຂ່ງຂັນກັນ ບໍ່ວ່າ… ຊື່ສຽງ ຖານະໃນສັງຄົມ ຫລື ຄວາມກ້າວໜ້າຂອງວຽກງານ ແລະ ອື່ນໆ. ສິ່ງທີ່ຄວນຈະແຂ່ງກັນແທ້ໆ ນັ້ນກໍຄືແຂ່ງກັນມີຄວາມສຸກ, ມີສຸຂະພາບດີ ແລະ ອາຍຸຍືນຍາວ ສ່ວນສີ່ງທີ່ເຮົາປ່ຽນມັນບໍ່ໄດ້ກໍ່ຢ່າໄປຝັງອົກຝັງໃຈໃຫ້ປ່ວຍຈິດ ແລະທຳລາຍສຸຂະພາບໂຕເອງເລີຍ.

ຄົນອາຍຸເກີນ 40 ຄວນຄົ້ນຫາຫົນທາງທີ່ຈະສ້າງຊີວິດທີ່ເປັນສຸກ ມີອາລົມດີ ຄິດເຖິງແຕ່ສິ່ງທີ່ເຮັດໃຫ້ເກີດຄວາມສຸກ ນັ້ນກໍໝາຍຄວາມວ່າໄດ້ຜ່ານວັນເວລາແຫ່ງຄວາມທຸກແລ້ວ. ທຸກມື້ທີ່ຜ່ານໄປຈະສູຍເສຍໄປ 1 ມື້ ແຕ່ຖ້າມັນຜ່ານໄປຢ່າງເປັນສຸກມື້ນັ້ນຄືໄດ້ກຳໄລ. ຈິດໃຈທີ່ດີຈະຊ່ວຍຮັກສາໂລກໄພໄດ້ ຖ້າຈິດໃຈເປັນສຸກພະຍາດກໍຈະຫາຍໄວຂຶ້ນ ແຕ່ຖ້າຈິດໃຈທັງດີທັງເປັນສຸກນຳແລ້ວ ໂລກໄພໄຂ້ເຈັບຈະບໍ່ມີທາງມາຫາເຮົາໄດ້ເລີຍ. ດ້ວຍອາລົມທີ່ດີແຈ່ມໃສຢູ່ເລື້ອຍໆ ອອກກຳລັງກາຍໃຫ້ພຽງພໍ ຢູ່ກາງແຈ້ງ ກິນອາຫານໃຫ້ຄົບໝູ່ ຮັບວິຕາມິນຢ່າງພຽງພໍ. ພຽງເທົ່ານີ້ກໍ່ເຊື່ອໄດ້ແນ່ນອນວ່າຊີວິດທີ່ເປັນສຸກອີກ 30 ຫລື 40 ປີ ເໜືອສິ່ງອື່ນໃດ ຕ້ອງຮູ້ຈັກປູກຝັງ ແລະ ເກັບກ່ຽວຄວາມສຸກດີໆ ຈາກການໄດ້ຢູ່ ໄດ້ທ່ຽວ ໄດ້ໂອ້ລົມກັບໝູ່ເພື່ອນ. ເພາະເຂົາເຫຼົ່ານີ້ຈະຊ່ວຍໃຫ້ຮູ້ສຶກອ່ອນໄວ ແລະ ມີຄວາມຫມາຍສະເໝີ “ຄວາມລ້ຳລວຍຂອງຊີວິດຄືການມີສຸຂະພາບທີ່ແຂງແຮງ” ຈົ່ງເບີ່ງແຍງຮັກສາສິ່ງລ້ຳຄ່າ 4 ຢ່າງນີ້ດີໆ.

1. ຮ່າງກາຍ ເປັນສິ່ງດຽວທີ່ຈະຢູ່ໄປກັບເຮົາຈົນສຸດທ້າຍຂອງຊີວິດ ບໍ່ວ່າຈະຢູ່ໃນສະຖານະຫຍັງບໍ່ມີໃຜເບີ່ງແຍງເຮົາໄດ້ທໍ່ຕົວເຮົາເອງ.

2. ຄູ່ຊີວິດ ຄືຄົົນທີ່ຈະເບິ່ງແຍງ ເຂົ້າຂ້າງ ແລະ ປົກປ້ອງເຮົາໄປຕະຫລອດຊີວິດ ລົງທຶນພຽງເລັກນ້ອຍຜົນຮັບໄດ້ທະວີຄູ່

3. ໝູ່ເພື່ອນດີໆ ມີຄ່າຍິ່ງກວ່າຊັບສິນທຸກຢ່າງເທິງໂລກ ຮອຍຍິ້ມ ສຽງຫົວ ຄວາມສະໜຸກສະໜານ ຈິງໃຈ ແລະ ອື່ນໆ ມີເງິນກໍ່ຊື້ສິ່ງເຫລົ້ານີ້ບໍ່ໄດ້.

4. ເງີນສຳຮອງໃນອະນາຄົດ ຍິ່ງອາຍຸຫລາຍຂຶ້ນຄວາມສາມາດໃນການຫາມັນເພີ່ມຈະຍິ່ງຫຼຸດລົງ ດັ່ງນັ້ນ ຕ້ອງຮູ້ຈັກໃຊ້ມັນໃຫ້ຄຸ້ມຄ່າສູງສຸດ

#ຝາກໄວ້ເປັນບົດຮຽນຊີວິດ

LEAVE A REPLY

Please enter your comment!
Please enter your name here