ນາງ ລີນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍ ຄວ້າຫຼຽນຄຳ ທໍາອິດ ໃຫ້ນັກກິລາຄົນພິການ ແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະ ຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.
ການແຂ່ງຂັນກິລາບ໋ອດເຊຍ ປະເພດດ່ຽວຍິງ ໄດ້ເປີດສາກ ຂຶ້ນໃນຕອນເຊົ້າວັນທີ 15 ທັນວາ 2025 ທີ່ສະໂມ ສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ຊຶ່ງໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ແຂວງຫຼວງພະບາງ ພົບກັບ ນະຄອນຫຼວງວຽງຈັນ.
ຜ່ານການແຂ່ງຂັນຜົນປະກົດວ່າ ນາງ ລິນລີ່ ສຸພັນທະວົງ ເປັນຝ່າຍເອົາຊະນະ ໄປແບບຂາດຮອຍ 7-0 ຄວ້າຫຼຽນຄຳ ມາຄ້ອງຄໍ ແລະ ເປັນຫຼຽນຄຳທຳອິດ ຂອງທັບນັກກິລາຄົນພິການ ແຂວງຫຼວງພະບາງ.

