ວິທະຍຸ-ໂທລະພາບສູນກາງຈີນ, ດ່ານຊາຍແດນປອຍເປດເປັນດ່ານທາງບົກໃຫຍ່ທີ່ສຸດ ລະຫວ່າງ ໄທ ກັບ ກຳປູເຈຍ. ຍ້ອນສະຖານະການ ທີ່ຢູ່ຊາຍແດນສອງປະເທດ ເຄັ່ງຕຶງຢ່າງຕໍ່ເນື່ອງ, ດ່ານປອຍເປດຈຶ່ງຖືກປິດ, ເຮັດໃຫ້ຊາວກຳປູເຈຍ ຢູ່ໄທ ແລະ ຊາວໄທ ຢູ່ກຳປູເຈຍ ຈຳນວນຫລາຍຕົກຄ້າງໄວ້ຢູ່ທີ່ນັ້ນ ແລະ ບໍ່ສາມາດຜ່ານດ່ານເພື່ອເດີນທາງກັບບ້ານເກີດໄດ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

