ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນ. ບຸນຄໍາ ວໍລະຈິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນໍາຂັ້ນສູງຈາກ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງສະຫະພັນກຳມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ຄະນະກຳມະທິການແຜນການ ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ; ລວມທັງຕາງໜ້າຈາກສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ບັນດາພະນັກງານຫຼັກແຫຼ່ງຈາກທະນາຄານແຫ່ງ ສປປ ລາວ ແລະ ບັນດາກະຊວງກ່ຽວຂ້ອງ; ບັນດາແຂກທີ່ມາ ຈາກທົ່ວລະບົບສະຖາບັນການເງິນ ຂອງ ສປປ ລາວ ແລະ ຈາກຫຼາກຫຼາຍຂົງເຂດ.

ງານມະຫາກຳການເງິນລາວ 2025 ຈະໄດ້ດໍາເນີນໄປເປັນເວລາ 7 ວັນ ຈົນເຖິງວັນທີ 21 ທັນວາ 2025 ໂດຍມີຈຸດ ປະສົງຕົ້ນຕໍ ເພື່ອເປັນບ່ອນລວມສູນການເຜີຍແຜ່ ແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ ດ້ານເສດຖະກິດ ການເງິນ ການທະນາຄານ ລະຫວ່າງຫຼາກຫຼາຍກຸ່ມຄົນ ຈາກທັງພາກລັດ, ເອກະຊົນ ແລະ ຈາກສາກົນ ເພື່ອປະກອບສ່ວນເສີມສ້າງ ຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ມວນຊົນ ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ; ການພັດທະນາ ດ້ານການບໍລິ ການຂອງລະບົບສະຖາບັນການເງິນ, ດ້ານເຕັກໂນໂລຊີດ້ານການເງິນຂອງຫົວໜ່ວຍທຸລະກິດ ຢູ່ ສປປ ລາວ ໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ; ບົດຮຽນ ແລະ ທ່າອ່ຽງຂອງການພັດທະນາເຕັກໂນໂລຊີດ້ານການເງິນ ຢູ່ພາກພື້ນ ແລະ ສາກົນ; ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ ເຂົ້າເຖິງການບໍລິການດ້ານການເງິນ ຮູບແບບຕ່າງໆ; ການປົກປ້ອງຜູ້ບໍລິໂພກ ທາງດ້ານການເງິນ ເປັນຕົ້ນ. ພ້ອມທັງເປັນການສ້າງເງື່ອນໄຂໃຫ້ພາກລັດ ແລະ ເອກະຊົນ ໂດຍສະເພາະໃນລະບົບສະຖາ ບັນການເງິນ ຂອງ ສປປ ລາວ ໄດ້ມີໂອກາດເຮັດວຽກຮ່ວມກັນຢ່າງໃກ້ສິດ ແລະ ທົ່ວເຖິງ ຫຼາຍຂຶ້ນ.

ເພື່ອໃຫ້ບັນລຸໄດ້ຈຸດປະສົງຕົ້ນຕໍທີ່ວາງໄວ້, ຄຽງຄູ່ກັບການຈັດວາງສະແດງຂອງ 83 ຫົວໜ່ວຍ ພາຍໃນງານ, ຕະ ຫຼອດໄລຍະການຈັດງານ ໃນແຕ່ລະມື້ ຍັງມີຫຼາກຫຼາຍກິດຈະກໍາໄວ້ສໍາລັບຜູ້ທີ່ເຂົ້າມາຮ່ວມງານ ເຊັ່ນ: ການສົນທະນາ ແລກປ່ຽນຄວາມຮູ້ທັດສະນະດ້ານວິຊາການ ລະຫວ່າງບັນດາຜູ້ທີ່ມີຄວາມຊ້ານານຈາກຫຼາກຫຼາຍຂົງເຂດ ໃນຫຼາກຫຼາຍ ຫົວຂໍ້ ທີ່ເຫັນວ່າກຳລັງເປັນທີ່ສົນໃຈ ຢູ່ໃນລະດັບປະເທດ ແລະ ລະດັບສາກົນ ເປັນຕົ້ນ ຂໍ້ມູນຂ່າວສານກ່ຽວກັບຊັບ ສິນດິຈິຕອນ ຢູ່ ສປປ ລາວ; ທ່ຽງອ່ຽງການພັດທະນາດ້ານການເງິນ ພາຍໃນ 3-5 ປີຕໍ່ໜ້າ; ທິດທາງການພັດທະນາການ ເງິນສີຂຽວ; ການກະກຽມຄວາມພ້ອມຂອງລະບົບທະນາຄານ ໃນຍຸກດິຈິຕອນ; ສະພາບການພັດທະນາຂອງຕະຫຼາດ ທຶນ: ນະໂຍບາຍສົ່ງເສີມດ້ານແຫຼ່ງທຶນຈາກພາກລັດ ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ; ທັກສະດ້ານການເງິນ ແລະ ການສ້າງເງື່ອນໄຂອໍານວຍສໍາລັບການລົງທຶນ ເພື່ອຜູ້ປະກອບການໃໝ່; ຂໍ້ມູນຂ່າວສານກ່ຽວກັບການປົກປ້ອງຜູ້ບໍລິໂພກດ້ານການເງິນ; ຂໍ້ມູນກ່ຽວກັບການປະເມີນຄຸນະພາບຂອງທະນະບັດ (ໃບເງິນ). ຄຽງຄູ່ກັນນີ້, ໃນງານນີ້ຍັງໄດ້ເປີດໂອກາດໃຫ້ໄວໜຸ່ມເຍົາວະຊົນ ໄດ້ເຂົ້າຮ່ວມແຂ່ງຂັນວັດແທກລະດັບຄວາມຮູ້ຄວາມສາມາດ ດ້ານ ການເງິນການທະນາຄານ, ການຄໍານວນຄະນິດສາດ, ການວາງແຜນດ້ານການເງິນເພື່ອອະນາຄົດ, ການແຕ້ມຮູບ, ການສະແດງສີລະປະ (ພ້ອນ, ຮ້ອງເພງ) ແລະ ດ້ານຄວາມຄິດສ້າງສັນຕ່າງໆ. ພ້ອມນີ້, ຍັງມີກິດຈະກຳໃນການຊ່ວຍເຫຼືອສັງຄົມ ເຊັ່ນ: ການບໍລິຈາກເລືອດໃຫ້ແກ່ສະພາກາແດງລາວ. ນອກຈາກນີ້, ພາຍໃນງານຍັງມີການແຈກເຄື່ອງທີ່ ລະນຶກຂອງານ ເຊັ່ນ: ຖົງ, ເສື້ອ, ບິກ, ປື້ມ, ພວງກະແຈ, ສາຍຄ້ອງຄໍ ແລະ ຄູປອງເງິນສົດ ຄຽງຄູ່ກັບເຄື່ອງທີ່ລະນຶກອັນ ສະເພາະຈາກແຕ່ລະຫົວໜ່ວຍທີ່ເຂົ້າຮ່ວມວາງສະແດງ.

ງານມະຫາກຳການເງິນລາວໃນຄັ້ງນີ້ ຄາດວ່າຈະສາມາດເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ ທຸກກຸ່ມດິນ ທັງຜູ້ທີ່ສົນໃຈ ເລີ່ມຮຽນຮູ້ ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ, ການບໍລິການຕ່າງໆຂອງລະບົບສະຖາບັນການເງິນ, ການ ພັດທະນາເຕັກໂນໂລຊີດ້ານການເງິນ ລວມທັງຜູ້ທີ່ຕ້ອງການຕໍ່ຍອດຄວາມຮູ້ທີ່ມີຢູ່ແລ້ວ ໃຫ້ຫຼາກຫຼາຍ, ກວ້າງຂວາງ ແລະ ເລິກເຊິ່ງ ຫຼາຍຂຶ້ນ ໃນທ່າມກາງຂະບວນວິວັດແຫ່ງການພັດທະນາ ທີ່ປ່ຽນແປງໄວ ແລະ ຕໍ່ເນື່ອງ ທັງມີຄວາມ ສະຫຼັບສັບຊ້ອນຫຼາຍຂຶ້ນ ທີ່ຮຽກຮ້ອງໃຫ້ພວກເຮົາທຸກຄົນຕ້ອງສືບຕໍ່ຮຽນຮູ້ໃຫ້ໄດ້ຫຼາຍ ແລະ ໄວ ຍິ່ງຂື້ນ ເພື່ອໃຫ້ ສາມາດບົບໂຕໄດ້ທັນກັບທ່າອ່ຽງຂອງການພັດທະນາຢູ່ພາກພື້ນ ແລະ ສາກົນ ພ້ອມທັງເປັນການປະກອບສ່ວນໃນ ການຈັດຕັ້ງປະຕິບັດແຜນເງິນຕາ ແຜນພັດທະນາລະບົບສະຖາບັນການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ມີປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ ນັບມີຄວາມສົມບູນພູນສຸກຍິ່ງໆຂຶ້ນ.

