ພິທີໃສ່ບາດຖວາຍສັງຄະທານ ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນຳແສນເຄົາລົບຮັກຂອງປວງຊົນຊາດລາວທັງຊາດ ຄົບຮອບ 105 ປີ (13/12/1920-13/12/2025) ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ອະນຸສອນສະຖານ ປະທານໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ, ທ່ານ ສິນລະວົງ ຄຸດໄພທູນ ປະ ທານສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ, ມີບັນດາການນຳແຂວງ, ພະເຖລານຸເຖລະ 105 ອົງ ພ້ອມດ້ວຍມວນຊົນພາຍໃນແຂວງສະຫວັນເຂດເຂົ້າຮ່ວມ.

ການໃສ່ບາດຖວາຍສັງຄະທານໃນຄັ້ງນີ້, ເພື່ອອຸທິດສ່ວນບຸນ, ສ່ວນກຸສົນເຖິງດວງວິນຍານຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງພັກປະຊາຊົນປະຕິວັດລາວ, ຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະລະພາບມາສູ່ປະເທດຊາດສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍຈົນມາຮອດປັດຈຸບັນ.

ພ້ອມນີ້, ຍັງເປັນການອຸທິດສ່ວນບຸນກຸສົນໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີໄຮ້ຍາດຂາດມິດ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນແລະ ອື່ນໆ.

