ໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມານີ້, ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບ ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອະວຸໂສບໍານານ, ບັນດາ ບໍລິສັດ, ນັກທຸລິກິດ, ກ້ອນກໍາລັງຕ່າງໆອ້ອມຂ້າງເມືອງ ເຂົ້້າຮ່ວມ.

ໃນພິທີ,ໄດ້ມີກິດຈະກໍາ ໃສ່ບາດ ຕາມຮີດຄອງປະເພນີອັນດີງາມຂອງປວງຊົນລາວ, ແຫ່ຮູບຫຼໍ່ເຄິ່ງຄີງ ຈາກຕໍ່ໜ້າຫ້ອງວ່າການປົກຄອງເມືອງ ເຂົ້າສູ່ອານຸສາວະລີປະທານໄກສອນ ພົມວິຫານ ແລະ ໄດ້ແຫ່ອ້ອມອານຸສາວະລີທີ່ຈະປະດິດສະຖານຈຳນວນ 3 ຮອບ.ຈາກນັ້ນ, ກໍ່ໄດ້ອັນເຊີນຮູບຫຼໍ່ເຄີ່ງຄີງຂອງປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານຢູ່ໃນຫໍຜາສາດ.ຈາກນັ້ນ, ບັນດາທ່ານການນໍາ ຂັ້ນແຂວງ, ເມືອງ ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມ ກໍໄດ້ຂຶ້ນວາງກະຕ່າດອກໄມ້ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມຮູ້ບຸນຄຸນ ແລະ ສັນລະເສີນ ໃນຄຸນງາມຄວາມດີ, ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມ ວິຫານ ຊຶ່ງອຸທິດຕະຫຼອດຊີວິດເພື່ອປະເທດຊາດ ແລະ ການປະຕິວັດ.

