ຄະນະພັກຮາກຖານໂຮງໝໍບໍລິເວນ 109 ຂຶ້ນກັບຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ປະຕິບັດໜ້າທີ່ວິຊາສະເພາະການແພດຮັບໃຊ້ນາຍ ແລະ ພົນທະຫານ ທີ່ເຄື່ອນໄຫວປະຕິບັດພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍຄືຮັບໃຊ້ປະຊາຊົນບັນດາເຜົ່າຢູ່ 2 ແຂວງພາກກາງຄື: ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນຊຶ່ງໃນໄລຍະຜ່ານມາແມ່ນໄດ້ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍດີ.

ສະຫາຍ ພັອ ຄອນ ສຸພັນຄໍາ ເລຂາຄະນະພັກຮາກຖານ-ຫົວໜ້າການເມືອງໂຮງໝໍບໍລິເວນ 109 ໄດ້ໃຫ້ຮູ້ວ່າ: ໂຮງໝໍພວກເຮົາເປັນໂຮງໝໍສາຍ ຂໍ ກອງທັບ ທີ່ຂຶ້ນກັບກົມເສນາຮັກ, ກົມໃຫຍ່ພະລາທິການກອງທັບມີທີ່ຕັ້ງຢູ່ເຂດຍຸດ ທະສາດການທະຫານເມືອງ 4 ທິດທີ່ເຄື່ອນໄຫວປະຕິບັດໜ້າທີ່ປິ່ນປົວຜູ້ບາດເຈັບ-ເຈັບປ່ວຍ ພ້ອມທັງຊ່ວຍໜູນກໍາລັງຫຼວງ, ກໍາລັງທ້ອງຖິ່ນຢູ່ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ; ມີບົດບາດທຽບເທົ່າກອງພັນໃຫຍ່; ພ້ອມນີ້ຍັງມີພາລະບົດ ບາດໃນການນໍາໃຊ້ເຕັກນິກການແພດເຂົ້າໃນການກວດກາສຸຂະພາບ, ບົ່ງມະຕິພະຍາດ ແລະ ວາງທິດທາງການປິ່ນປົວ ຜູ້ບາດເຈັບ-ເຈັບປ່ວຍ ເປັນຕົ້ນນາຍ ແລະ ພົນທະຫານກໍາລັງຫຼວງ, ກໍາລັງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງສະຫວັນນະເຂດ ແລະ ແຂວງຄໍາມວ່ນ. ນອກນີ້ຍັງເຮັດໜ້າທີ່ຝຶກອົບຮົມດ້ານວິຊາສະເພາະ, ເຕັກນິກ-ການແພດລະດັບ ຊັ້ນກາງ, ຊັ້ນຕົ້ນໃຫ້ພະນັກງານແພດມີຄວາມຊໍານານໃນການປິ່ນປົວຄົນເຈັບດ້ວຍຄຸນນະພາບສູງ; ຄົ້ນຄວ້າວິທະຍາສາດ ການແພດໂດຍອີງໃສ່ພຶດຕິກໍາຕົວຈິງ ແລະ ບົດຮຽນທີ່ຖອດຖອນໄດ້ໃນເວລາການປິ່ນປົວຄົນເຈັບຕົວຈິງ ແລະ ຍັງເປັນ ກໍາລັງສໍາຮອງເພື່ອກຽມພ້ອມສູ້ຮົບໃຫ້ທິດຕ່າງໆທີ່ມີຄວາມຈໍາເປັນໃນເວລາມີການສູ້ຮົບ ຫຼື ພະຍາດລະບາດຮ້າຍແຮງທີ່ເກີດ ຂຶ້ນເຂດໃດໜຶ່ງ ທັງຄົ້ນຄວ້າການປະຕິບັດນະໂຍບາຍຕໍ່ຄົນບາດເຈັບ-ເຈັບປ່ວຍໃຫ້ສອດຄ່ອງກັບແນວທາງຂອງພັກໃນການປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າ.

ໂຮງໝໍບໍລິເວນ 109 ປະກອບມີຕຽງນອນຄົນເຈັບ 150 ຕຽງ, ມີ 21 ພະແນກ, 85 ຂະແໜງການຂຶ້ນກັບ; ດ້ານ ການບັນຊາ-ນໍາພາປະກອບມີຄະນະອໍານວຍການ 5 ສະຫາຍ; ມີແພດ-ພະຍາບານ ແລະ ພະນັກງານຮັບໃຊ້ພຽງພໍຕອບ ສະໜອງໄດ້ກັບໜ້າທີ່ວິຊາສະເພາະ. ໃນນີ້ມີພະນັກງານວິຊາສະເພາະເຕັກນິກການແພດແຕ່ຊັ້ນຕົ້ນຮອດຂັ້ນປະລິນຍາໂທ ຫຼາຍກວ່າເຄິ່ງໜຶ່ງຂອງກໍາລັງພົນທັງໝົດ.

ສະຫາຍ ພັອ ຄອນ ສຸພັນຄໍາ ກ່າວໃຫ້ຮູ້ອີກວ່າ: ຄະນະພັກຮາກຖານໂຮງໝໍມີ 7 ສະຫາຍ, ມີ 13 ໜ່ວຍພັກຂຶ້ນ ກັບ, ມີສະມາຊິກພັກທັງໝົດ 311 ສະຫາຍ ຍິງ 186 ສະຫາຍ, ສະມາຊິກພັກສົມບູນ 289 ສະຫາຍ ຍິງ 173 ສະຫາຍ , ສະມາຊິກພັກສໍາຮອງ 22 ສະຫາຍ ຍິງ 13 ສະຫາຍ, ໂດຍປະຕິບັດຕາມແຜນການເຄື່ອນໄຫວກວດກາຕີລາຄາໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສົກປີ 2021-2022 ແລະ ຊຸກຍູ້ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ສົກປີ 2022-2023 ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ; ຄະນະພັກແຕ່ລະຂັ້ນໄດ້ປະຕິບັດຫຼັກ ການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເຮັດວຽກເປັນໝູ່ຄະນະ, ປະຊຸມປຶກສາຫາຫລືວຽກງານຕ່າງໆ ແລະ ມອບ ໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບ; ມີການສະຫຼຸບຖອດຖອນບົດຮຽນ, ສ່ອງແສງ ລາຍງານປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີເປັນປົກກະຕິ.

ຄະນະພັກ-ຄະນະໜ່ວຍພັກໄດ້ຊີ້ນໍາສະມາຊິກພັກ ຮູ້ນໍາພາປະຕິບັດໜ້າທີ່ການເມືອງ ຕາມຄໍາສັ່ງຂອງຄະນະພັກ ຂັ້ນເທິງຢ່າງເຂັ້ມງວດ; ນໍາພາປັບປຸງລະບົບການຈັດຕັ້ງພັກ, ການຈັດຕັ້ງນໍາພາ-ບັນຊາ, ອົງການຈັດຕັ້ງມະຫາຊົນຢູ່ໃນ ຂອບເຂດການນໍາພາຂອງໜ່ວຍພັກໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງແຕ່ລະອົງການຈັດຕັ້ງ ເປັນກໍາລັງແຮງ ໃຫ້ແກ່ການຈັດຕັ້ງພັກໃນການປະຕິບັດໜ້າທີ່ການເມືອງມີຜົນສໍາເລັດ ສາມາດສ້າງກົມກອງ 3 ປອດປະເພດ I ລວມມີ 10 ກົມກອງ (10 ພະແນກ); 3 ປອດ ປະເພດ ll ລວມມີ 1 ກົມອງ (1 ພະແນກ); ສ້າງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນກວມ 92,56%; ສະມາຊິກພັກ 3 ປອດ 279 ສະຫາຍ.

ຄະນະພັກ-ຄະນະໜ່ວຍພັກໄດ້ຈັດຕັ້ງປະຈໍາການຂັ້ນບັນຊາ, ເສນາ ແລະ ວິຊາສະເພາະເຕັກນິກການແພດຕະຫຼອດ 24 ຊົ່ວໂມງ ໄດ້ປະສານສົມທົບກັບກົມກອງອ້ອມຂ້າງ ພ້ອມກັນສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນຂອບເຂດຕົນໃຫ້ມີ ຄວາມສະຫງົບ; ພ້ອມນັ້ນຍັງເອົາໃຈໃສ່ຊີ້ນໍາ-ນໍາພາປະຕິບັດຢ່າງເຂັ້ມງວດ 34 ລະບອບຂອງໂຮງໝໍ, ໃນນີ້ຮັບຄົນເຈັບ ເຂົ້າມາກວດພະຍາດ 43.245 ເທື່ອຄົນ, ຮັບຄົນເຈັບເຂົ້າມາປິ່ນປົວ 20.641 ເທື່ອຄົນ; ມີການປິ່ນປົວແບບມອບເໝົາ ປະກັນສັງຄົມ ໃນຊຸມປີຜ່ານມາຈໍານວນຄົນມີບັດປະກັນສຸຂະພາບທັງໝົດໝື່ນກ່ວາຄົນ; ໄດ້ປຸກລະດົມຊຸກຍູ້ໃຫ້ພະນັກ ງານ-ສະມາຊິກພັກເອົາໃຈໃສປູກຝັງ-ລ້ຽງສັດຊອກແຫຼ່ງລາຍຮັບເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນກວ່າເກົ່າ.

ສະຫາຍເລຂາຄະນະພັກຮາກຖານ-ຫົວໜ້າການເມືອງໂຮງໝໍບໍລິເວນ 109 ໄດ້ຢືນຢັນຕໍ່ໝາກຜົນທີ່ທາງຄະ ນະພັກ-ຄະນະບັນຊາ, ບັນດານາຍ ແລະ ພົນທະຫານໃນທົ່ວໂຮງໝໍຍາດມາໄດ້ ເປັນການປະກອບສ່ວນເຂົ້າໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸຂອງກະຊວງປ້ອງກັນປະເທດໃຫ້ເປັນອັນລະອຽດ; ດັ່ງນັ້ນ, ຄະນະພັກກະຊວງປ້ອງກັນປະເທດຈຶ່ງໄດ້ຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ປີຕິດຕໍ່ກັນລວມມີ: ໜ່ວຍພັກພະແນກພາຍໃນ-ໄຂ່ຫຼັງທຽມ; ໜ່ວຍພັກພະແນກພາຍນອກ; ໜ່ວຍພັກພະແນກພະລາທິການ I; ໜ່ວຍພັກພະແນກບໍລິຫານ-ສັງລວມ; ໜ່ວຍພັກພະແນກການຢາ-ເຂດຮ້ອນ; ໜ່ວຍພັກພະແນກລັງສີ-ວິເຄາະ-ສະເພາະ; ໜ່ວຍພັກພະແນກປະສູດ-ເດັກ; ໜ່ວຍພັກພະແນກມໍລະສຸມ-ຫ້ອງກວດ; ໜ່ວຍພັກໂຮງຮຽນແພດຊັ້ນກາງ, ພ້ອມນີ້, ຄະນະພັກກະຊວງຍັງໄດ້ຮັບຮອງເອົາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2 ປີຕິດຕໍ່ກັນລວມມີໜ່ວຍພັກພະແນກການເມືອງ; ໜ່ວຍພັກພະແນກຫ້ອງປາດ-ປິ່ນປົວພະນັກງານ; ໜ່ວຍພັກພະແນກພະລາທິການ II ແລະ ໜ່ວຍພັກຮັບຮອງໃໝ່ມີ 1 ໜ່ວຍພັກຄື: ໜ່ວຍພັກຂະແໜງ ການເງິນໂຮງໝໍຕື່ມອີກ.

ຂ່າວ: ຣັດສະໝີ

LEAVE A REPLY

Please enter your comment!
Please enter your name here