ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານ ເຈີ່ນວັນເຊີນ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເປັນປະທານການຖະແຫຼງຂ່າວນັດສາມັນເດືອນກໍລະກົດຂອງລັດຖະບານ.

ຂ່າວລະບຸວ່າ: ທີ່ການຖະແຫຼງຂ່າວ, ທ່ານ ເຈິ່ນວັນເຊີນ ເນັ້ນໜັກວ່າ: ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ສຸມໃສ່ເຂົ້າ 9 ໝວດມາດຕະການຕົ້ນຕໍ ຊຶ່ງຈະປະຕິບັດໃນໄລຍະຈະມາເຖິງ. ໃນນັ້ນ, ບັນດາກະຊວງ, ຂະແໜງການ ສືບຕໍ່ປະຕິບັດຈຸດໝາຍຮັກສາສະຖຽນລະພາບພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຟື້ນຟູໄວ, ພັດທະນາແບບຍືນຍົງ. ພ້ອມນັ້ນ, ຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການຫັນເປັນດີຈີຕອນ, ປ່ຽນໃໝ່ມີຫົວຄິດປະດິດສ້າງ, ພັດທະນາເສດ ຖະກິດດີຈີຕອນ, ເສດຖະກິດສີຂຽວ.

ທ່ານ ດ່າວມິງຕູ້ ຮອງຫົວໜ້າຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ: ທະນາຄານແຫ່ງລັດ ພວມປັບປຸງຮ່າງກົດໝາຍວ່າດ້ວຍການຟອກເງິນ (ສະບັບປັບປຸງ) ໃຫ້ສົມບູນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຄັ້ງຈະມາເຖິງ. ທ່ານໄດ້ຢັ້ງຢືນວ່າ: ເງິນບິດຄອຍ (Bitcoin) ຫຼື ບັນດາສະກຸນເງິນເໝືອນຈິງບໍ່ແມ່ນເງິນທີ່ກົດໝາຍກຳນົດ, ບໍ່ແມ່ນເງິນເອເລັກໂຕຣນິກ ແລະ ບໍ່ແມ່ນເງິນຊຳລະຖືກຕ້ອງຕາມກົດໝາຍຢູ່ ຫວຽດນາມ ໃນປັດຈຸບັນ.

LEAVE A REPLY

Please enter your comment!
Please enter your name here