Saturday, December 13, 2025
Homeຂ່າວໜ້າໜຶ່ງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນຕອນແລງ ວັນທີ 11 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.

ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ; ພ້ອມນັ້ນ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ທີ່ລັດຖະບານ, ກໍາລັງປະກອບອາວຸດ ແລະ ປະຊາຊົນຣັດເຊຍ ສາມາດຍາດມາໄດ້ໃນຊຸມປີຜ່ານມາ, ອັນໄດ້ເຮັດໃຫ້ ສ. ຣັດເຊຍ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ສັງຄົມມີຄວາມຈະເລີນສີວິໄລ, ເຮັດໃຫ້ຖານະບົດບາດ ຂອງ ສ.ຣັດເຊຍ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ; ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະ ການຮ່ວມມືດ້ານຄວາມໝັ້ນຄົງ, ການຮ່ວມມືດ້ານເຕັກນິກການທະຫານ, ການຮ່ວມມືໃນກອບອາຊຽນ ແລະ ອື່ນໆ ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນເປັນກ້າວໆ, ພ້ອມກັນນີ້ ຍັງໄດ້ສະເໜີຝ່າຍຣັດເຊຍ ເປັນຕົ້ນ ສືບຕໍ່ແລກປ່ຽນການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນ ຢ່າງເປັນປົກກະຕິ; ສືບຕໍ່ແລກປ່ຽນການສິດສອນພາສາຣັດເຊຍ ແລະ ພາສາລາວ ໃຫ້ກັນ ແລະ ກັນ ຂອງສອງກອງທັບ ໃນສະຖານການສຶກສາ ທີ່ກຳນົດໄວ້; ສືບຕໍ່ການຮ່ວມມື ຂຽນປື້ມປະຫວັດສາດການຮ່ວມມື ຂອງສອງຝ່າຍ ໃຫ້ສໍາເລັດຕາມແຜນການກຳນົດໄວ້; ລວມທັງ ສືບຕໍ່ຈັດຕັ້ງປະຕິບັດ ຕາມແຜນການຮ່ວມມືຂອງສອງຝ່າຍ ທີ່ໄດ້ຕົກລົງກັນໄວ້ ໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເພື່ອເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍພົວພັນ ແລະ ການຮ່ວມມືສອງຝ່າຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງ; ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ໂດຍສະເພາະ ການໂຮມຊຸມນຸມໃຫຍ່ສວນສະໜາມ ໃນວັນດັ່ງກ່າວ ເຫັນວ່າ ມີເນື້ອໃນເລິກເຊິ່ງ, ສະຫງ່າງາມ ແລະ ສຳເລັດຕາມຄາດໝາຍທີ່ກຳນົດໄວ້.​​​​​

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments