ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ສິງຫາທີ່ຜ່ານມານີ້, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ໄດ້ກ່າວເຖິງສະຖານະການພະລັງງານ ແລະ ເຊື້ອໄຟໂລກວ່າ ເປັນເລື່ອງທີ່ບໍ່ສອດຄ່ອງກັບສິນລະທຳທີ່ບໍລິສັດເຫຼົ່ານີ້ຍັງຄົງເດີນໜ້າສະແຫວງຫາ ແລະ ສ້າງຜົນກຳໄລຈາກວິກິດດ້ານພະລັງງານ ແລະ ເຊື້ອໄຟບໍ່ຕ່າງກັບການເຮັດນາເທິງຫຼັງຄົນ.

ຂະນະດຽວກັນ, ທ່ານເລຂາທິການ UN ໄດ້ຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆດໍາເນີນການຢ່າງຈິງຈັງໃນການເກັບພາສີຈາກຜົນກຳໄລທີ່ສູງເກີນຄວນຂອງບໍລິສັດເຫຼົ່ານີ້ ແລ້ວນຳເງິນເຫຼົ່ານັ້ນມາຊ່ວຍເຫຼືອ ແລະ ສະໜັບສະໜູນປະຊາກອນກຸ່ມທີ່ກຳລັງປະສົບກັບຄວາມຍາກລຳບາກຢ່າງແນ່ນອນ ເນື່ອງຈາກປະຊາກອນຈຳນວນມະຫາສານ ໂດຍສະເພາະໃນກຸ່ມປະເທດກຳລັງພັດທະນາຍັງຄົງປະເຊີນກັບຄວາມຍາກລຳບາກທາງດ້ານເສດຖະກິດ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະຖານະການໂລກໃນປັດຈຸບັນທີ່ຍັງຄົງແກ່ຍາວເວລາ. ທັງນີ້, ເອັກຊອນ ໂມບິນ ແລະ ເຊຟຣອນ ຊຶ່ງເປັນສອງບໍລິສັດລາຍໃຫຍ່ດ້ານພະລັງງານຂອງອາເມຣິກາຮ່ວມກັບບໍລິສັດເຊວຂອງອັງກິດ ແລະ ໂຮນລັງ ແລະ ບໍລິສັດ ໂທທານ ເອເນີຈີ ຂອງຝຣັ່ງ ໄດ້ລາຍງານຜົນກຳໄລປະຈຳໄຕມາດທີ 2 ຄິດເປັນມູນຄ່າລວມເກືອບ 51.000 ລ້ານໂດລາ.

ເຖິງຢ່າງໃດກໍຕາມ, ທ່ານ ກູເຕີເຣສ ໄດ້ຄາດຄະເນຜົນກຳໄລຂອງບໍລິສັດກຸ່ມນີ້ໄວ້ສູງເກືອບເຖິງ 100.000 ລ້ານໂດລາ ສະເພາະໄຕມາດທຳອິດຂອງປີນີ້ ເມື່ອກັບໄປເມື່ອເດືອນທີ່ຜ່ານມາ, ສະພາສາມັນຂອງອັງກິດຜ່ານກົດໝາຍການຈັດເກັບພາສີກັບບໍລິສັດແກ໊ສ ແລະ ນ້ຳມັນ ໃນທະເລເໜືອ ແລ້ວນຳເງິນທີ່ໄດ້ມາໃຊ້ເປັນສ່ວນຫຼຸດຄ່າໄຟຟ້າໃນຄົວເຮືອນ ເພື່ອບັນເທົາບັນຫາຄ່າຄອງຊີບໃຫ້ແກ່ປະຊາຊົນ.

LEAVE A REPLY

Please enter your comment!
Please enter your name here