Saturday, December 13, 2025
Homeຂ່າວພາຍໃນການຊ່ວຍເຫຼືອດ້ານສະບຽງອາຫານຂອງຍີ່ປຸ່ນ ເສີມສ້າງການບັນເທົາທຸກສຸກເສີນສຳລັບປະຊາຊົນລາວໃນຍາມເກີດໄພພິບັດ

ການຊ່ວຍເຫຼືອດ້ານສະບຽງອາຫານຂອງຍີ່ປຸ່ນ ເສີມສ້າງການບັນເທົາທຸກສຸກເສີນສຳລັບປະຊາຊົນລາວໃນຍາມເກີດໄພພິບັດ

ວັນທີ 9 ທັນວານີ້, ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ແລະ ລັດຖະບານຍີ່ປຸ່ນ ໄດ້ມີການລົງນາມໃນຂໍ້ຕົກລົງໃໝ່ ພາຍໃຕ້ໂຄງການຊ່ວຍເຫຼືອດ້ານສະບຽງອາຫານ ຫຼື KR25 ຂອງຍີ່ປຸ່ນ, ໂດຍທີ່ລັດຖະບານຍີ່ປຸ່ນຈະສະໜອງການຊ່ວຍເຫຼືອດ້ານສະບຽງອາຫານສຸກເສີນໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດໃນ ສປປ ລາວ.

ຊຶ່ງມູນຄ່າການຊ່ວຍເຫຼືອຄັ້ງນີ້ແມ່ນ 200 ລ້ານເຢນ ຫຼື ປະມານ 1.3 ລ້ານໂດລາ, ການປະກອບສ່ວນຂອງຍີ່ປຸ່ນແມ່ນມີຄວາມສຳຄັນຢ່າງຍິ່ງໂດຍສະເພາະຊຸມຊົນທີ່ຖືກຜົນກະທົບທີ່ກຳລັງຟື້ນຟູຈາກພາຍຸເຂດຮ້ອນທີ່ເກີດຂຶ້ນບໍ່ດົນມານີ້ ໃນຂະນະທີ່ກຳລັງຮັບມືກັບລາຄາອາຫານທີ່ສູງ ແລະ ຄວາມສ່ຽງອື່ນໆທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ.

ດ້ວຍການສະໜັບສະໜູນນີ້, ອົງການອາຫານໂລກ ຈະຈັດຊື້ປາກະປ໋ອງ ແລະ ເຂົ້າສານ ເພື່ອແຈກຢາຍໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ພາຍຫຼັງເກີດໄພພິບັດຕ່າງໆ ເຊັ່ນ: ນໍ້າຖ້ວມ, ດິນເຈື່ອນ, ພ້ອມທັງໃນຊ່ວງທີ່ອາຫານຂາດແຄນໃນລະດູແລ້ງ. ດ້ວຍການຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງເປັນຜູ້ນຳໃນວຽກງານການຄຸ້ມຄອງໄພພິບັດ ແລະ ການປົກປ້ອງສັງຄົມ, ໃນສ່ວນຂອງອົງການອາຫານໂລກ ແມ່ນຈະຊ່ວຍຮັບປະກັນວ່າການຊ່ວຍເຫຼືອດັ່ງກ່າວນັ້ນຈະໄປເຖິງປະຊາຊົນທີ່ໄດ້ຮັບຜົນກະທົບໂດຍກົງຢ່າງທັນການ ແລະ ມີປະສິດທິຜົນ. ການຊ່ວຍເຫຼືອດ້ານສະບຽງອາຫານຄາດວ່າຈະເປັນປະໂຫຍດແກ່ປະຊາຊົນປະມານ 38,500 ຄົນ, ໃນນັ້ນມີແມ່ຍິງ 18,865 ຄົນ, ເປັນໄລຍະເວລາໜຶ່ງເດືອນ.

ພະນະທ່ານ ທ່ານ ຊຶໂຕມຸ ໂຄອິຊູມິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ’’ ໃນໄລຍະຫຼາຍປີທີ່ຜ່ານມາ, ການປ່ຽນແປງສະພາບອາກາດ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ປັດໄຈອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຍີ່ປຸ່ນໄດ້ສືບຕໍ່ການຊ່ວຍເຫຼືອດ້ານອາຫານສຳລັບ ສປປ ລາວ. ແທ້ຈິງແລ້ວ, ໃນປີຜ່ານມາ ແລະ ປີນີ້, ລາວໄດ້ຖືກພາຍຸເຂດຮ້ອນ ແລະ ພາຍຸໄຕ້ຝຸ່ນພ້ອມດ້ວຍໄພນໍ້າຖ້ວມທີ່ກ່ຽວຂ້ອງພັດຖະຫຼົ່ມຊໍ້າແລ້ວຊໍ້າອີກ. ເຖິງວ່າການຊ່ວຍເຫຼືອດ້ານອາຫານນີ້ເປັນພຽງມາດຕະການຊົ່ວຄາວເທົ່ານັ້ນ, ພວກເຮົາຫວັງວ່າມັນຈະຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກສະເພາະໜ້າຂອງຜູ້ທີ່ຕ້ອງການຊ່ວຍເຫຼືອໃນ ສປປ ລາວ ແລະ ຊ່ວຍໃຫ້ພວກເຂົາສາມາດແກ້ໄຂບັນຫາທ້າທາຍຕ່າງໆໃນອະນາຄົດໄດ້ດ້ວຍຕົນເອງ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການຮ່ວມມືກັບ ອົງການອາຫານໂລກ ອີກເທື່ອໜຶ່ງ, ຊຶ່ງແມ່ນຄູ່ຮ່ວມງານທີ່ເຊື່ອຖືໄດ້ຂອງພວກເຮົາໃນການຈັດ ຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆທີ່ກ່ຽວຂ້ອງກັບການຊ່ວຍເຫຼືອຂອງຍີ່ປຸ່ນ”

ທ່ານ ມາກອານເດຣ ໂປສ, ຜູ້ຕາງໜ້າ ແລະ ຜູ້ອຳນວຍການອົງການອາຫານໂລກປະຈຳປະເທດ ລາວ ກ່າວວ່າ “ການຊ່ວຍເຫຼືອດ້ານສະບຽງອາຫານຂອງຍີ່ປຸ່ນໄດ້ເປັນປະໂຫຍດແກ່ຊຸມຊົນຊົນນະບົດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໃນຊ່ວງເວລາທີ່ຫຍຸ້ງຍາກ. ຊຸມຊົນຊົນນະບົດຫຼາຍແຫ່ງໃນ ສປປ ລາວ ພະຍາຍາມຕໍ່ສູ້ເພື່ອຮັບມື ແລະ ຟື້ນຕົວຈາກຜົນກະທົບເຊັ່ນ: ນໍ້າຖ້ວມ, ການສູນເສຍຜົນລະປູກ, ຫຼື ລາຄາອາຫານທີ່ຜັນຜວນສູງ. ການຊ່ວຍເຫຼືອດ້ານສະບຽງອາຫານສຸກເສີນຂອງຍີ່ປຸ່ນນີ້ເປັນການເສີມສ້າງຄວາມອາດສາມາດໃນການຮັບມືກັບເຫດການສຸກເສີນຂອງປະເທດ ແລະ ຊ່ວຍຮັບປະກັນວ່າຄອບຄົວທີ່ດ້ອຍໂອກາດຈະໄດ້ຮັບການຊ່ວຍເຫຼືອຢ່າງວ່ອງໄວໃນເວລາເກີດວິກິດ.”

(ຂ່າວ: ອົງການອາຫານໂລກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments