ບໍລິສັດ ຫາຍວານ ອະສັງຫາລມະຊັບ ຈຳກັດ ຈັດພິທີວາງສີລາລືກ ໂຄງການກໍ່ສ້າງໂຮງ ແຮມເຄມປິນສະກີ, ອາພາດເມັ້ນ ແລະ ສູນການຄ້າຄົບວົງຈອນ ຢູ່ບ້ານໜອງດ້ວງເໜືອ ສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນວັນທີ 8 ທັນວາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພຸວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ເຢ ຈົງຢາວ ຜູ້ອຳນວຍການ ບໍລິສັດ ຫາຍວານ ອະສັງຫາລມະຊັບ ຈຳກັດ(ຝ່າຍຈີນ), ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ນິນວັນນາ ວິຈິດວົງສາ ຜູ້ອຳນວຍການບໍລິສັດ ຫາຍວານ ອະສັງຫາລມະຊັບ ຈຳກັດ(ຝ່າຍລາວ) ໄດ້ກ່າວວ່າ: ໂຄງການກໍ່ສ້າງໂຮງແຮມເຄມປິນສະກີ, ອາພາດເມັ້ນ ແລະ ສູນການຄ້າຄົບວົງຈອນ ເປັນການລົງທຶນຮ່ວມກັນລະຫວ່າງ ອົງການປົກຄອງນະຄອນຫລວງວຽງຈັນ ແລະ ບໍລິສັດ ຫາຍວານ ອະສັງຫາລມະຊັບ ຈຳກັດ ມີເນື້ອທີ່ທັງໜົດ 10.288 ຕາແມັດ, ຊຶ່ງການລົງທຶນຈະແບ່ງອອກເປັນ 3 ເຂດຄື: ໂຮງແຮມເຄມປິນສະກີ, ອາພາດເມັ້ນ ແລະ ສູນການຄ້າຄົບວົງຈອນ ລົງທຶນໂດຍບໍລິສັດຫາຍວານ ອະສັງຫາລິມະຊັບ ຈຳກັດ ມູນຄ່າການລົງທຶນໃນເຟດທີ 1 ແມ່ນສ້າງອາພາດເມັ້ນ 13 ຊັ້ນ ມູນຄ່າ 23 ລ້ານໂດລາສະຫະລັດ, ມີຫ້ອງພັກທັງໜົດ 540 ຫ້ອງ, ຄາດວ່າຈະໃຫ້ສຳເລັດການກໍ່ສ້າງໃນເດືອນມິຖຸນາ 2026 ແລະ ຈະສໍາເລັດການຕົບແຕ່ງໃນເດືອນທັນວາ 2026 ແລະ ສາມາດເຂົ້າຢູ່ໄດ້ໃນເດືອນມີນາ 2027.

ສວນໂຄງການກໍ່ສ້າງເຟດທີ 2 ສ້າງໂຮງແຮມເຄມປິນສະກີ ຈະມີຫ້ອງພັກ 160 ຫ້ອງ, ອາພາດເມັ້ນ 200 ຫ້ອງ ແລະ ຈະມີສູນການຄ້າຄົບວົງຈອນ ມູນຄ່າການລົງທຶນ 25 ລ້ານໂດລາສະຫະລັດ ຊຶ່ງຈະເລີ່ມການກໍ່ສ້າງໃນເດືອນພຶດສະພາ 2027 ຄາດວ່າຈະສໍາເລັດການກໍ່ສ້າງໃນເດືອນມີນາ 2028 ແລະ ພ້ອມເປີດໃຫ້ບໍລິການໃນເດືອນກຸມພາ 2029, ພາຍຫລັງໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດສຳເລັດ ຈະສາມາດດຶງດູດການທ່ອງທ່ຽວ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ນະຄອນຫລວງວຽງຈັນຢ່າງຫລວງຫລາຍ.

