ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ແອຣບັສ(Airbus) ຜູ້ຜະລິດເຮືອບິນລາຍໃຫຍ່ຂອງເອີຣົບ ເປີດເຜີຍວ່າ: ບໍລິສັດ ກ່ຽວຂ້ອງໄດ້ສົ່ງມອບເຮືອບິນຈຳນວນ 72 ລຳ ໃນເດືອນພະຈິກ, ເຮັດໃຫ້ຍອດການສົ່ງມອບສະສົມໃນປີນີ້ລວມມີ 657 ລຳ. ໃນຂະນະທີ່ ແອຣບັສເປັນຜູ້ຜະລິດເຮືອບິນທີ່ໃຫຍ່ທີ່ສຸດໃນໂລກ ຈຳເປັນຈະຕ້ອງສົ່ງມອບເຮືອບິນເພີ່ມຕື່ມຂຶ້ນອີກ 133 ລຳໃນເດືອນທັນວານີ້, ເພື່ອໃຫ້ບັນລຸເປົ້າໝາຍການສົ່ງມອບ ປະຈຳປີນີ້ ລວມມີ 790 ລຳ. ໂດຍຍອດການສົ່ງມອບໃນເດືອນພະຈິກ ຫລຸດລົງຈາກ 78 ລຳ ໃນເດືອນຕຸລາ ແລະ ຕໍ່າກວ່າ 84 ລຳໃນເດືອນພະຈິກຂອງປີກາຍ.
ແອຣບັສສົ່ງມອບເຮືອບິນທັງໝົດ ລວມມີ 657 ລຳ
RELATED ARTICLES

