ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບບໍລິສັດ ບິດຄິກຈຳກັດຜູ້ດຽວ ໄດ້ເປີດງານມະຫະກຳເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນຂອງລາວ ( Laos Blockchain Fest 2025 ) ພາຍໃຕ້ຄຳຂວັນ ສ້າງອະນາຄົດທີ່ຍືນຍົງດ້ວຍເຕັກໂລໂລຊີຂຶ້ນໃນວັນທີ 21 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຜູ້ປະຈຳການ ແລະ ຊີ້ນຳລະດັບຊາດເພື່ອຫັນເປັນດີຈີຕອນຂອງ ສປປ ລາວ, ມີຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ພະລັງງານ, ກະຊວງການເງິນ, ຕາງໜ້າທະນາຄານແຫ່ງສປປ ລາວ, ອົງການ ຈັດຕັ້ງສາກົນປະຈໍາລາວ ແລະ ບັນດາບໍລິສັດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ບັນດິດ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ຈຸດປະສົງຫຼັກຂອງການຈັດງານມະຫະກຳເຕັກໂນໂລຊີກຸ່ມຂໍ້ມູນຜູກພັນຂອງລາວ ( Laos Blockchain Fest) 2025 ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມດີຈີຕອນຂອງ ສປປ ລາວ ຜັນຂະຫຍາຍການຈັດຕັ້ງປະຕິບັດ 9 ເປົ້າໝາຍໃຫຍ່ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານເພື່ອເປັນອຸດສາຫະກຳ 4.0 ແລະ ສ້າງເສດຖະກິດດີຈີຕອນໃຫ້ປະກົດຜົນເປັນຈິງ ສົ່ງເສີມ ແລະ ພັດທະນາດ້ານເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ເຂົ້າໃນທຸກຂະແໜງການທັງພາກລັດ ແລະ ເອກະຊົນແຕ່ສູນກາງລົງຮອດທ້ອງຖິ່ນຕາມຍຸດທະສາດທີ 7 ວ່າດ້ວຍການຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີດີຈີຕອນໃນທົ່ວສັງຄົມ ສົ່ງເສີມການແບ່ງປັນຄວາມຮູ້ ສ້າງເຄືອຂ່າຍການຮ່ວມມື ຂະຫຍາຍໂອກາດທາງທຸລະກິດ ແລະ ສົ່ງເສີມການຂະຫຍາຍຕົວຂອງອຸດສາຫະກຳດ້ານເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ໃນ ສປປ ລາວ.

ງານມະຫະກຳຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ພະຈິກນີ້ ພາຍໃນງານຈະປະກອບມີຫຼາຍກິດຈະກຳທີ່ສຳຄັນທີ່ຈັດຂຶ້ນຢ່າງເປັນຂະບວນຟົດຟື້ນເຊັ່ນ: ງານວາງສະແດງ: ຜົນງານການຄົ້ນຄວ້າຜະລິດຕະພັນ ແລະ ການບໍລິການທາງດ້ານເຕັກໂນໂລຊີຂໍ້ມູນຜູກພັນ (Blockchain); ກອງປະຊຸມ, ສຳມະນາທາງດ້ານຄວາມຮູ້ເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ລວມທັງກອງປະຊຸມໂຕະມົນລະດົມແນວຄວາມຄິດໃນການພັດທະນາທຸລະກິດສະຕາດອັບ (Startup) ໃນ ສປປ ລາວ; ເວທີສົນທະນາທາງດ້ານການຊຸກຍູ້ສົ່ງເສີມ ແລະ ການພັດທະນາເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ໃນສັງຄົມ ລວມເຖິງເວທີການຊອກຄູ່ຮ່ວມມືພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ.

