ຕາມ​ຂ່າວ​ຈາກ​ ຊິນ​ຮວາ,​ ອົງການ ​ອາ​ວະ​ກາດ ​ການບິນ ອີຣານ (ISA)​ ເປີດ​ເຜີຍ​ວ່າ: Khayyam ດາວທຽມ ສຳ​ຫລວດ ​ໄລຍະ​ໄກ​ ຂອງ​ປະ​ເທດ ຈະ​ຖືກ​ປ່ອຍ ຂຶ້ນ​ສູ່​ ອາ​ວະ​ກາດ ​ໂດຍ​ຈະ​ຫລວດ ​ຂົນ​ສົ່ງ​ ດາວ​ທຽມ Soyuz ​ຂອງຣັດ​ເຊຍ ​ໃນ​ອາທິດ​ໜ້າ ຊຶ່ງ​ຈະ​ຖືກ​ສົ່ງ ​ຈາກ​ຖານ​ປ່ອຍ ​ຍານ​ອາ​ວະ​ກາດ Baikonur ​ໃນ​ກາ​ຊັກ​ສະຖານ ສາມາດ​ຊ່ວຍ​ພັດທະນາ ​ພື້ນ​ທີ່ ​ຫລາຍ​ແຫ່ງ ​ໃນ​ອີຣານ ​ໃຫ້​ມີ​ຄວາມ ​ອັດ​ສະ​ລິ​ຍະ ​ໂດຍ​ອາ​ໄສ ​ເຊັນ​ເຊີ ທີ່​ຈັດ​ເຈນ ສາມາດ​ນຳ​ໄປ​ປະຍຸກ​ໃຊ້​ໃນ​ຫລາຍ​ພື້ນ​ທີ່. ດາວ​ທຽມKhayyam ຈະ​ເຮັດ​ໜ້າ​ທີ່ ​ເຝົ້າຕິດຕາມ ຜົນ​ກະ​ລິດ ​ກະສິກຳ ຂອງ​ປະ​ເທດ ​ເຊັ່ນ​ດຽວ​ກັນ​ກັບ ການ​ເຮັດ ​ບໍ່​ແຮ່ ​ແລະ ການ​ຂຸດ​ຄົ້ນ ບໍ່​ແຮ່ ລວມທັງ ​ການ​ຈັດການ​ກັບ ການ​ຕັດ​ໄມ້ ທຳລາຍ​ປ່າ ​ແລະ ອັນຕະລາຍ ທາງ​ທຳ​ມະ​ຊາດ ຫລື ສິ່ງ​ແວດ​ລ້ອມ.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here