Friday, November 14, 2025
Homeຂ່າວໜ້າໜຶ່ງທຫລ ຊີ້ແຈງການຄວບຄຸມອັດຕາເງິນເຟີ້-ຄຸ້ມຄອງເງິນຕາຕ່າງປະເທດ

ທຫລ ຊີ້ແຈງການຄວບຄຸມອັດຕາເງິນເຟີ້-ຄຸ້ມຄອງເງິນຕາຕ່າງປະເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 13 ພະຈິກນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມບັນຫາພົ້ນເດັ່ນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ກັບການກໍານົດ 3 ຄາດໝາຍຕົ້ນຕໍ ໃນແຜນເງິນຕາ 5 ປີ (2026-2030) ໂດຍສະເພາະ ຄາດໝາຍອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ສະເໜີທະນາຄານ ແຫ່ງ ສປປ ລາວ ຊີ້ແຈງ ແລະ ຢັ້ງຢືນຄວາມແນ່ນອນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ ຫຼື ບໍ່. ຖ້າເພີ່ມດັດສະນີເງິນເດືອນ ຜົນທີ່ຕາມມາຄືລາຄາສິນຄ້າເພີ່ມສູງຂຶ້ນ, ເງິນເຟີ້ ຈະກັບຄືນມາບໍ່; ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ກຸ້ມການນຳເຂົ້າໄດ້ 5-6 ເດືອນຂຶ້ນໄປ, ໃນທິດທາງຕໍ່ໜ້າ ທຫລ ຈະສາມາດບັນລຸໄດ້ຄືແນວໃດ ແລະ ດ້ວຍວິທີໃດແດ່.

ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ຊີ້ແຈງວ່າ: ການຄວບຄຸ້ມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບ ສະເລ່ຍ 5% (ເໜັງຕີງ ± 2%) ເປັນຄາດໝາຍທີ່ທ້າທາຍ ໃນສະພາບຄວາມບໍ່ແນ່ນອນ ຂອງການຈັດຕັ້ງປະຕິບັດນະໂຍບາຍ ຂອງບັນດາປະເທດເສດຖະກິດໃຫຍ່ ແລະ ລັດຖະບານ ກໍມີແຜນການປັບເພີ່ມຂຶ້ນດັດສະນີເງິນເດືອນ ໃຫ້ແກ່ພະນັກງານຊຶ່ງອາດຈະສົ່ງຜົນຕໍ່ການເໜັງຕີງ ຂອງອັດຕາເງິນເຟີ້ຢ່າງຫຼີກລຽງບໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ, ທຫລ ກໍຈະສູ້ຊົນ ແລະ ຄົ້ນຄວ້າບັນດານະໂຍບາຍ ແລະ ມາດຕະການໃຫ້ແທດເໝາະ ກັບສະພາບທີ່ເກີດຕົວຈິງ ໂດຍການສົມທົບກັບບັນດາ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າມາດຕະການຄຸ້ມຄອງລາຄາສິນຄ້າ ໄປຄຽງຄູ່ກັບມາດຕະການທາງດ້ານການເມືອງແນວຄິດ ໂດຍການສ້າງຄວາມເຂົ້າໃຈໃຫ້ສັງຄົມ ຕໍ່ການປັບເພີ່ມຂຶ້ນດັດສະນີເງິນເດືອນໃຫ້ພະນັກງານ ເພື່ອບໍ່ເຮັດໃຫ້ພໍ່ຄ້າ, ຊາວຂາຍສວາຍໂອກາດປັບຂຶ້ນລາຄາສິນຄ້າ ໃນທ້ອງຕະຫຼາດ. ສຳລັບການຄວບຄຸມອັດຕາເງິນເຟີ້ ໃຫ້ບັນລຸຕາມຄາດໝາຍທີ່ຕັ້ງໄວ້ນັ້ນ ທະນາຄານແຫ່ງ ສປປ ລາວ ກໍບໍ່ສາມາດຈະເຮັດສຳເລັດ ຫາກບໍ່ໄດ້ຮັບການຮ່ວມມື, ການປະກອບສ່ວນຈາກທຸກຂະແໜງການກ່ຽວຂ້ອງ ແລະ ຈາກປະຊາຊົນ.

ສ່ວນມາດຕະການໃນການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ດ້ວຍການຈັດຕັ້ງປະຕິບັດນິຕິກໍາ ແລະ ມາດຕະການໃນການຄຸ້ມຄອງລາຍຮັບ ທີ່ເປັນເງິນຕາຕ່າງປະເທດໃນໄລຍະຜ່ານມາ, ກໍເຮັດໄດ້ດີສົມຄວນ ເຮັດໃຫ້ລະດັບຖານະເງິນຕາຕ່າງປະເທດ ສາມາດຮອງຮັບສະຖຽນລະພາບເງິນຕາ ແລະ ການຊໍາລະສະສາງກັບຕ່າງປະເທດໄດ້ໂດຍພື້ນຖານ ແລະ ບັນລຸໄດ້ຄາດໝາຍທີ່ສະພາແຫ່ງຊາດຮັບຮອງ.

ໃນຕໍ່ໜ້າ, ທຫລ ຈະສູ້ຊົນໃຫ້ລະດັບຄັງສຳຮອງ ໃຫ້ມີທ່າອ່ຽງເພີ່ມຂຶ້ນໃຫ້ບັນລຸເກີນ 5 ເດືອນ ຊຶ່ງເຫັນວ່າມີທ່າອ່ຽງເປັນໄປໄດ້ສູງ, ຕາມຫຼັກການສາກົນ (Rule of Thumb) ແມ່ນ 3 ເດືອນຂອງມູນຄ່າການນໍາເຂົ້າ ກໍຖືວ່າເຮັດໄດ້ໂດຍພື້ນຖານແລ້ວ.

ແຕ່ເຖິງຢ່າງໃດກໍດີ, ອີງໃສ່ຄວາມຕ້ອງການຊຳລະສະສາງກັບຕ່າງປະເທດຂອງ ສປປ ລາວ ແມ່ນຍັງມີສູງ. ສະນັ້ນ, ຍັງມີຄວາມຈຳເປັນຕ້ອງສືບຕໍ່ສ້າງຖານະຄັງສຳຮອງເງິນຕາຕ່າງປະເທດ ໃຫ້ເຂັ້ມແຂງໃນໄລຍະກາງ ແລະ ໄລຍະຍາວ ໂດຍສະເພາະ ການຈັດຕັ້ງປະຕິບັດນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ໂດຍ ທຫລ ຈະສຸມໃສ່ຄຸ້ມຄອງແຫຫຼ່ງເງິນຕາຕ່າງປະເທດ ຈາກແຫຼ່ງຕ່າງໆ ເປັນຕົ້ນ ລາຍຮັບຈາກການສົ່ງອອກ ແລະ ຈາກການລົງທຶນໂດຍກົງຈາກຕ່າງປະເທດ (FDI), ລາຍຮັບຈາກການທ່ອງທ່ຽວ, ລາຍຮັບຈາກແຮງງານຕ່າງປະເທດ, ການຊື້-ຂາຍ ພາຫະນະ ແລະ ທີ່ດິນຜ່ານລະບົບທະນາຄານໃຫ້ດີຂຶ້ນ ໄປຄຽງຄູ່ກັບການຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ເພີ່ມການສົ່ງອອກ ເພື່ອນຳລາຍຮັບເງິນຕາຕ່າງປະເທດ ເຂົ້າມາໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ຖານະດຸນການຊຳລະສະສາງກັບຕ່າງປະເທດ ໃຫ້ເກີນດຸນ ຈຶ່ງຈະມີສ່ວນສະສົມເງິນຕາເຂົ້າຄັງສຳຮອງເພີ່ມຂຶ້ນ. ພ້ອມນີ້, ກໍຕ້ອງຍົກສູງສະຕິຂອງສັງຄົມ ໃນການດຳເນີນທຸລະກຳທາງການເງິນ ຜ່ານລະບົບທະນາຄານໃຫ້ຫຼາຍ, ທະນາຄານຈຶ່ງຈະມີສະພາບຄ່ອງແຫຼ່ງເງິນຕາຫຼາຍຂຶ້ນ ເພື່ອຮອງຮັບການລະສະສາງກັບຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments