Friday, November 14, 2025
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ຄະນະຜູ້ແທນສຳນັກຂ່າວສານປະເທດລາວ ເຂົ້າຢ້ຽມຂໍ່ານັບ

ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ຄະນະຜູ້ແທນສຳນັກຂ່າວສານປະເທດລາວ ເຂົ້າຢ້ຽມຂໍ່ານັບ

ໃນຕອນເຊົ້າ ວັນທີ 13 ພະຈິກ 2025 , ສະຫາຍ ມາຍ ວັນ ຈິງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ-KPL) ພ້ອມຄະນະ ໃນໂອກາດເດີນ ທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ກັບ ສຳນັກຂ່າວສານຫວຽດນາມ (VNA) ໃນລະຫວ່າງວັນທີ 9-14 ພະຈິກ 2025 ທີ່ນະຄອນຫລວງຮ່າໂນ້ຍ.

ໂອກາດນີ້, ສະຫາຍ ມາຍ ວັນ ຈິງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສຳນັກຂ່າວສານປະເທດລາວໃນຄັ້ງນີ້, ຊຶ່ງເປັນການຮ່ວມມື ທີ່ເປັນມູນເຊື້ອ ສະ ໜິດແໜ້ນລະຫວ່າງສອງສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ຕະຫລອດໄລຍະ 50 ກວ່າປີ ຜ່ານມາ; ສະຫາຍ ຍັງສະແດງຄວາມເຊື່ອໝັ້ນວ່າ ສຳນັກຂ່າວສານຫວຽດນາມ ແລະ ສຳນັກຂ່າວສານປະ ເທດລາວ ຈະສືບຕໍ່ຜັນຂະ ຫຍາຍບັນດາເນື້ອໃນ ການຮ່ວມມືສອງຝ່າຍໃຫ້ໄດ້ຮັບປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວ ພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ. ໄລຍະຜ່ານມາ ສອງສຳນັກຂ່າວສານລາວ-ຫວຽດນາມໄດ້ມີການປະສານສົມທົບເຊິ່ງກັນ ແລະ ກັນເປັນຢ່າງດີ ແລ້ວ ໂດຍສະເພາະ ແມ່ນການແລກປ່ຽນບົດຮຽນ ແລະ ປະສົບການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການກໍ່ສ້າງບຸກຄະລາກອນ, ຊ່ວຍເຫລືອອຸປະກອນຕ່າງໆ. ການຢ້ຽມ ຢາມຄັ້ງນີ້ ຖືເປັນໂອກາດອັນດີທີ່ສອງສຳນັກຂ່າວສານໄດ້ຕີລາຄາຄືນ ຕໍ່ກັບວຽກງານພົວພັນຮ່ວມມືໄລຍະຜ່ານມາ ໂດຍລວມແລ້ວທັງສອງອົງການສຳນັກຂ່າວສານຫວຽດນາມ-ລາວ ໄດ້ມີຄວາມພະຍາຍາມສູງເພື່ອປະຕິບັດໃຫ້ບັນລຸບັນດາໝາກຜົນທີ່ວາງໄວ້. ໃນຕໍ່ໜ້າ, ຂໍໃຫ້ສອງຝ່າຍສືບຕໍ່ຈັດຕັ້ງປະຕິບັດເນື້ອໃນອະນຸສັນຍາສະບັບໃໝ່ ໂດຍສຸມໃສ່ຍົກລະດັບດ້ານວິຊາສະເພາະໃຫ້ພະນັກງານ-ລັດຖະກອນຮຸ້ນສືບທອດຂອງຕົນ ໂດຍມີການວາງແຜນຈັດຕັ້ງວຽກງານບໍາລຸງສ້າງຄັກແນ່ ເພື່ອໃຫ້ເກີດດອກອອກຜົນຍິ່ງຂຶ້ນ. ພ້ອມດຽວກັນນັ້ນ ກໍຕ້ອງນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຫັນເປັນດີຈິຕອນ ເຂົ້າໃນວຽກງານຂອງຕົນ. ສຸມໃສ່ ພັດທະນາພື້ນຖານໂຄງລ່າງໃນການຈັດຕັ້ງປະຕິບັດວຽກງານ ແລະ ໃຫ້ມີການແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ເພື່ອປະກອບສ່ວນໃນການຕ້ານຂ່າວລື ຂ່າວປອມ ທີ່ບໍ່ເປັນຄວາມຈິງ ທີ່ກະທົບຕໍ່ສາຍພົວພັນສອງປະເທດ. ຢ່າງໃດກໍຕາມ, ຫວຽດນາມ ຍາມໃດກໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊ່ວຍເຫລືອສະຫາຍຝ່າຍລາວ ຢ່າງສຸດອົກສຸດໃຈ.

ໃນໂອກາດດຽວກັນ, ສະຫາຍ ວັນນະສິນ ສິມມະວົງ ກໍໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ ສະຫາຍຮອງນາຍົກລັດຖະ ມົນຕີ ມາຍ ວັນ ຈິງ ທີ່ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກ ສປປ ລາວຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານໃຫ້ຊາບຜົນການພົບປະ ລະຫວ່າງ ສອງສຳນັກຂ່າວສານ ລາວ ແລະ ຫວຽດນາມ, ລວມທັງແຜນການເຄື່ອນໄຫວໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້. ໃນການພົບປະ, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ຂອງສອງສໍານັກຂ່າວສານ ລາວ-ຫວຽດນາມ ຊຶ່ງແມ່ນສາຍພົວພັນທີ່ສະໜິດ ສະໜົມ, ອົບອຸ່ນ ແລະ ຈິງໃຈ ເພາະໄດ້ສ້າງຕັ້ງຂຶ້ນໃນເວລາທີ່ຫຍຸ້ງຍາກ ແລະ ມີອຸປະສັກໃນໄລຍະຜ່ານມາ, ຖືເປັນບົດທົດສອບທີ່ສໍາຄັນ, ສາຍພົວ ພັນນີ້ ເປັນສ່ວນໜຶ່ງຂອງຈິດໃຈມິດຕະພາບລາວ-ຫວຽດນາມ ຊຶ່ງມາເຖິງປັດຈຸບັນ ສອງສໍານັກຂ່າວ ສານປະເທດລາວ-ຫວຽດນາມ ມີແຜນສັນຍາສືບຕໍ່ຮ່ວມມືປະຈໍາປີ ບົນພື້ນຖານອະນຸສັນຍາຈາກ 3 ປີ ລະຫວ່າງປີ 2022- 2025 ມາເປັນ 5 ປີ 2026-2030. ພວກເຮົາ ຈະສືບຕໍ່ຮ່ວມມືຢ່າງຮອບດ້ານ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຍົກສູງຄຸນນະພາບຂອງຂ່າວ ແລະ ຮູບພາບ, ສະໜອງຜະລິດຕະພັນ; ຕ້ານ ແລະ ສະກັດກັ້ນຂ່າວປອມ; ຫັນເປັນ ດີຈິຕອນ ແລະ ນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານຂ່າວສານ; ແລກປ່ຽນບົດຮຽນດ້ານການກໍ່ສ້າງບຳລຸງພະນັກງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments