ໃນວັນທີ 13 ພະຈິກ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພະຈິກ 2025.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ໂຮ່ ດຶກ ເຝິກ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮ່ວມກັນປຶກສາຫາລືໃນຫລາຍຂົງເຂດວຽກງານ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງພັກ ສອງລັດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກໍຄື ແນໃສ່ຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດຍິ່ງໆຂຶ້ນ, ພ້ອມທັງເປັນການກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ເຂົ້າຮ່ວມການພົບປະສອງກົມການເມືອງ ລາວ-ຫວຽດນາມ ກໍຄື ການກະກຽມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງບັນດາສະຫາຍການນໍາ ພັກ-ລັດ ສສ ຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ, ພ້ອມທັງໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ່ງ ຕໍ່ຜົນກະທົບຈາກ ພາຍຸ ແລະ ໄພພິບັດນໍ້າຖ້ວມ ຢູ່ ສສ ຫວຽດນາມ ໃນໄລຍະຜ່ານມາ.

ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງເຫັນວ່າ ສອງຝ່າຍສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ໂດຍສະເພາະ ການພົວພັນຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍສະເພາະ ການນໍາຂັ້ນສູງຂອງສອງປະເທດ ມີການຢ້ຽມຢາມ ແລະ ພົບປະເຊິ່ງກັນ ແລະ ກັນ ຢ່າງເປັນປະຈໍາ, ມີການພົບປະ ແລະ ແລກປ່ຽນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ; ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໄດ້ສໍາເລັດຫລາຍໂຄງການ, ພິເສດ ແມ່ນສອງຝ່າຍໄດ້ສຳເລັດການເປີດທ່າທຽບເຮືອເລກ 3 ຂອງ ທ່າເຮືອຫວຸງອ່າງ ທີ່ເປັນເຫດການສຳຄັນ ແລະ ມີຄວາມໝາຍທາງດ້ານປະຫວັດ ຂອງການພົວພັນຮ່ວມມືສອງປະເທດ ໂດຍມີ ສອງສະຫາຍ ປະທານປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມໃນພິທີດັ່ງກ່າວ. ສອງຝ່າຍ ເຫັນດີຈະສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່, ຊຸກຍູ້ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງດ້ານຄົມມະນາຄົມ ໂດຍຜ່ານໂຄງການຮ່ວມມືຍຸດທະສາດ ເຊັ່ນ: ທາງດ່ວນຮ່າໂນ້ຍ-ວຽງຈັນ, ໂຄງການເສັ້ນທາງລົດໄຟ ພ້ອມທັງສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມ ມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະ ຊາວໜຸ່ມ-ເຍົາວະຊົນ ຮຸ່ນສືບທອດຂອງສອງປະເທດ.
ໃນໂອກາດດຽວກັນນີ້, ສະຫາຍ ໂຮ່ ດຶກ ເຝິກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາສອງປະເທດໄດ້ຕົກລົງເຫັນດີຮ່ວມກັນ ກໍຄື ບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

