ສຳນັກຂ່າວອິນໂຟເຄວສ, ເມື່ອບໍ່ດົນມານີ້ສະມາຄົມຄຳແຫ່ງປະເທດຈີນ (China Gold Association) ເປີດເຜີຍວ່າ: ຈີນ ຜະລິດຄຳ ລວມມີ 271,78 ໂຕນ ໃນໄລຍະ 9 ເດືອນ ຂອງ ປີ 2025 , ເພີ່ມຂຶ້ນ 1,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນຂະນະທີ່ການບໍລິໂພກຄຳໃນຕະຫລາດຈີນ ໂດຍລວມຫລຸດລົງ 7,95% ເມື່ອທຽບກັບ ໄລຍະດຽວກັນຂອງປີກາຍ ໂດຍມີ ປະລິມານລວມ ຢູ່ທີ 682,73 ໂຕນ ໃນລະຫວ່າງ ເດືອນມັງກອນ-ເດືອນກັນຍາ. ຕົວເລກດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ: ໃນໄລຍະເວລາ ດັ່ງກ່າວ ການບໍລິໂພກຄຳແທ່ງ ແລະ ຫລຽນທອງຄຳ ເພີ່ມຂຶ້ນ 24,55% ໄປສູ່ລະດັບ 352,12 ໂຕນ, ສ່ວນການໃຊ້ຄຳ ເພື່ອອຸດສາຫະກຳ ແລະ ເປົ້າໝາຍອື່ນໆ ມີປະລິມານ 60,58 ໂຕນ, ເພີ່ມຂຶ້ນ 2,72%, ຄວາມຕ້ອງການ ຜະລິດຕະພັນຄຳ ແຕ່ລະປະເພດ ແຕກຕ່າງກັນໄປ ໃນໄລຍະ 9 ເດືອນຂອງປີນີ້, ໃນຂະນະທີ່ ຄຳຮູບປະພັນ ນໍ້າໜັກເບົາ ແລະ ມູນຄ່າເພີ່ມສູງ ຍັງຄົງໄດ້ຮັບຄວາມສົນໃຈ ຢ່າງຫລວງຫລາຍ.

