ໃນວັນທີ 4 ສອງຫາ 2022 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທພ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບ ທ່ານ ເຄໂຈ ເອັນຊິໂອ ນໍແວນໂຕ (keijoEnsioNorvanto) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ແຟງລັງ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ເຄໂຈ ເອັນຊິໂອ ນໍແວນໂຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ແຟງລັງ ປະຈໍາລາວ ຄົນໃໝ່ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ເພື່ອປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຂອງສອງຊາດ ລາວ ແລະ ແຟງລັງ ນັບມື້ໄດ້ຮັບການຂະຫຍາຍຕົວໃນດ້ານຕ່າງໆ ໂດຍສະເພາະດ້ານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ມີຄວາມຍືນຍົງ.

ໂອກາດດຽວກັນ, ທ່ານ ເຄໂຈ ເອັນຊິໂອ ນໍແວນໂຕ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

ຂ່າວ-ພາບ: ສົມຫວັງ

LEAVE A REPLY

Please enter your comment!
Please enter your name here