Friday, November 14, 2025
Homeຂ່າວໜ້າໜຶ່ງລັດຖະມົນຕີ ອຄ ຊີ້ແຈງກ່ຽວກັບບັນຫາ ການຫັນເປັນອຸດສາຫະກຳ

ລັດຖະມົນຕີ ອຄ ຊີ້ແຈງກ່ຽວກັບບັນຫາ ການຫັນເປັນອຸດສາຫະກຳ

ໃນວັນທີ 13 ພະຈິກ 2025 ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ເປັນຕົ້ນບັນຫາ ພົວພັນກັບການຫັນເປັນອຸດສາຫະກຳ, ພະລັງງານ ແລະ ບໍ່ແຮ່, ຊຶ່ງບັນຫາດັ່ງກ່າວມີການພົວພັນ ແລະ ສະໜັບສະໜູນກັນ ແລະ ກໍເປັນສາມເສົາຄ້ຳຫລັກ ໃນການພັດທະນາອຸດສາຫະກຳທີ່ກຳນົດໃນແຜນ 5 ປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ຕໍ່ບັນຫາດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ຊີ້ແຈງວ່າ: ການຫັນເປັນອຸດສາຫະກຳ ບໍ່ໝາຍເຖິງແຕ່ການສ້າງໂຮງານ, ແຕ່ແມ່ນການຫັນປ່ຽນ ທີ່ມີລັກສະນະເລິກເຊິ່ງ ແລະ ເປັນພື້ນຖານ ຂອງການພັດທະນາເສດຖະກິດເຂັ້ມແຂງ, ຍືນຍົງ ແລະ ວັດທະນາ. ຍ້ອນແນວນັ້ນ, ພັກເຮົາ ຈຶ່ງກຳນົດແນວທາງ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເລີ່ມແຕ່ກອງປະຊຸມໃຫຍ່ ຄັ້ງທີ່ III. ພັກໄດ້ມີທິດນໍາ, ກຳນົດທິດທາງ ແລະ ຍຸດທະສາດ ການຫັນເປັນອຸດສາຫະກຳ ແລະ ລັດຖະບານກໍໄດ້ຫັນທິດນໍາ ດັ່ງກ່າວເປັນແຜນການກໍຈິງ, ແຕ່ການຫັນເປັນອຸດສາຫະກຳໃນໄລຍະຜ່ານມາ ຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ໂຄງສ້າງເສດຖະກິດ, ພູມີປະເທດ, ຂະໜາດຕະຫລາດ, ພື້ນຖານໂຄງລ່າງທີ່ຈຳກັດ, ນະໂຍບາຍທີ່ບໍ່ທັນເປັນລະບົບຊັດເຈນ ແລະ ການຈັດຕັ້ງປະຕິບັດ ທີ່ຍັງບໍ່ທັນມີປະສິດທິຜົນດີ.

ດັ່ງນັ້ນ, ຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ກຳນົດທິດທາງການຫັນເປັນອຸດສາຫະກໍາ ໃນ 5 ປີຕໍ່ໜ້າ ໂດຍຈະສຸມໃສ່ 3 ຂະແໜງຕົ້ນຕໍ ຄື: ອຸດສາຫະກໍາປຸງແຕ່ງ; ອຸດສາຫະກໍາພະລັງງານ ແລະ ອຸດສາຫະກໍາບໍ່ແຮ່ ພ້ອມນີ້, ເພື່ອສົ່ງເສີມການຫັນເປັນອຸດສາຫະກໍາໃນຂະແໜງບໍ່ແຮ່, ກະຊວງ ຈະຈັດລໍາດັບຄວາມສໍາຄັນຂອງແຮ່ທາດ ທີ່ເປັນທ່າແຮງສູງສໍາລັບການພັດທະນາ ໂດຍອີງໃສ່ຄວາມດຶງດູດທາງການຄ້າ ແລະ ຕະຫລາດ ແລະ ແຮ່ທາດທີ່ເປັນເປົ້າໝາຍການພັດທະນາຂອງລາວ; ຈໍາກັດ ຫລື ຫ້າມການສົ່ງອອກແຮ່ດິບ ທີ່ກໍານົດເປັນແຮ່ທາດບຸລິມະສິດ ເພື່ອການປຸງແຕ່ງເປັນອຸດສາຫະກໍາແບບຕ່ອງໂສ້ ເພື່ອຮັບປະກັນໃຫ້ມີວັດຖຸດິບພຽງພໍ ເພື່ອດຶງດູດການລົງທຶນຂະໜາດໃຫຍ່; ຄັດເລືອກ ຫລື ປະມູນ ເອົານັກລົງທຶນທີ່ມີຄຸນນະພາບ ເພື່ອມາເປັນຄູ່ຮ່ວມຍຸດທະສາດ ພັດທະນາອຸດສາຫະກໍາແບບເປັນລະບົບຕ່ອງໂສ້ ແຕ່ຕົ້ນນໍ້າໄປຫາກາງນໍ້າ ແລະ ປາຍນໍ້າ; ສົ່ງເສີມການພັດທະນາອຸດສະຫະກໍາ ກາງນໍ້າ ແລະ ປາຍນໍ້າ ໂດຍສະເພາະ ແຮ່ທາດທີ່ມີປະລິມານສະສົມຫລາຍ ເປັນຕົ້ນ ບົກຊິດ, ເກືອໂປຕາສ, ເຫລັກ, ຄໍາ, ທອງ ແລະ ແຮ່ທາດຫາຍາກ; ສົ່ງເສີມການຮ່ວມມືກັບລັດວິສາຫະກິດ ຫລື ວິສາຫະກິດພາຍໃນ ແບບເປັນບໍລິສັດຮຸ້ນສ່ວນ ເພື່ອຜູກມັດການພັດທະນາ ແລະ ຖ່າຍທອດຄວາມຮູ້, ວິທີການ ແລະ ເຕັກໂນໂລຊີ ໃຫ້ແກ່ວິສາຫະກິດພາຍໃນ; ສົ່ງເສີມການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ໃນຂົງເຂດບໍ່ແຮ່, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ການຄົ້ນຄວ້າວິໄຈ ເພື່ອໃຫ້ເກີດຄັງຄວາມຮູ້ ແລະ ການພັດທະນານະວັດຕະກໍາ ໂດຍການກໍານົດເປັນເງື່ອນໄຂ ຕິດພັນກັບການໄດ້ຮັບສິດລົງທຶນ ແລະ ພັດທະນາແຮ່ທາດ ຢູ່ ສປປ ລາວ. ພ້ອມນີ້, ໃຫ້ສົ່ງເສີມການນໍາໃຊ້ ແລະ ຈັດຊື້ວັດຖຸດິບ ແລະ ວັດຖຸເຄິ່ງສໍາເລັດຮູບ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃນເຮັດການຜະລິດ, ຈັດຊື້ ແລະ ສະໜອງ ໃຫ້ແກ່ການຜະລິດ ຂອງໂຄງການບໍ່ແຮ່ຂະໜາດໃຫຍ່; ປັບປຸງນິຕິກໍາ ແລະ ບັງຄັບໃຊ້ ຫລັກການ ແລະ ມາດຕະການທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ການບໍລິຫານ (ESG) ເພື່ອໃຫ້ສາມາດຄຸ້ມຄອງ, ນໍາໃຊ້ ເເລະ ພັດທະນາແຮ່ທາດ ໃຫ້ເກີດປະໂຫຍດສູງສຸດ, ຈໍາກັດຄວາມສ່ຽງ ເເລະ ຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ, ສັງຄົມ-ປະຊາຊົນ ແລະ ປະກົດການຫຍໍ້ທໍ້ຕ່າງໆ (ມາດຕະການເຫລົ່ານີ້ໄດ້ຖືກກໍານົດ ໃນ 7 ຫລັກການປະເມີນ ບໍລິສັດ ພັດທະນາບໍ່ແຮ່, ແຕ່ມີຄວາມຈໍາເປັນ ຕ້ອງປັບປຸງຕື່ມ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments