ນະຄອນຫຼວງວຽງຈັນ ວັນທີ 5 ພະຈິກ 2025 ສາຍການບິນ Vietjet ໄດ້ລາຍງານຜົນງານທຸ ລະກິດທີ່ດີເລີດ ສຳລັບໄຕມາດທີ 3 ຂອງປີ 2025 (3Q2025) ໂດຍບັນລຸເຖິງ 97% ຂອງແຜນການ ປະຈຳປີ ໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ ສືບຕໍ່ສະເໜີທາງເລືອກການເດີນ ທາງທີ່ລາຄາຖືກ ແລະ ສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.
ລາຍຮັບແລະກຳໄລທີ່ປະທັບໃຈ: ໃນໄຕມາດທີ 3 ປີ 2025 ລາຍຮັບຂົນສົ່ງທາງອາກາດ ຂອງ Vietjet ບັນລຸ 16,728 ພັນຕື້ດົງ (ປະມານ 13,85 ພັນຕື້ກີບ) ດ້ວຍກຳໄລ ກ່ອນຫັກພາສີຂົນ ສົ່ງທາງອາກາດ 393 ພັນລ້ານດົງ (ປະມານ 325,49 ຕື້ກີບ).
ໃນ 9 ເດືອນທຳອິດຂອງປີ ບໍລິສັດໄດ້ລາຍງານລາຍຮັບຂົນສົ່ງທາງອາກາດ ລວມ 52,329 ພັນຕື້ດົງ (ປະມານ 43,34 ພັນຕື້ກີບ) ແລະ ກໍາໄລ ກ່ອນຫັກພາສີ ລວມ 1,987 ພັນຕື້ດົງ (ປະມານ 1,65 ພັນຕື້ກີບ) ເຊິ່ງເພີ່ມຂຶ້ນ 28% ເມື່ອທຽບໃສ່ປີຜ່ານມາ (YoY).
ລາຍຮັບລວມສໍາລັບ 9 ເດືອນທໍາອິດ ບັນລຸ 52,769 ພັນຕື້ດົງ (ປະມານ 43,7 ພັນຕື້ກີບ) ດ້ວຍກຳໄລລວມ 2,051 ພັນຕື້ດົງ (ປະມານ 1,7 ພັນຕື້ກີບ) ເພີ່ມຂຶ້ນ 17% YoY ລາຍຮັບເສີມ (Ancillary revenue) ບັນລຸ 6,893 ພັນຕື້ດົງ (ປະມານ 5,71 ພັນຕື້ກີບ) ກວມເອົາ 41% ຂອງລາຍຮັບຂົນສົ່ງທາງອາກາດທັງໝົດ ແລະ ສະແດງໃຫ້ເຫັນການເຕີບໂຕ 19% YoY.
ການຂະຫຍາຍເຄືອຂ່າຍສາກົນ ດ້ວຍປະສິດທິພາບສູງ: ຮອດວັນທີ 30 ກັນຍາ 2025 Vietjet ໄດ້ດໍາເນີນການບິນໃນ 219 ເສັ້ນທາງ (169 ສາກົນ ແລະ 50 ພາຍໃນປະເທດ) ລວມທັງຖ້ຽວບິນປະຈໍາວັນ ທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິງ ສາຍການບິນມີ ເຮືອບິນທີ່ທັນສະໄໝ 98 ລຳ ອັດຕາການບັນຈຸຜູ້ໂດຍສານ (Load factor) ຢືນຢູ່ທີ່ 86% ແລະ ຄວາມໜ້າເຊື່ອຖືດ້ານເຕັກນິກ ບັນລຸ 99,72% ຈັດໃຫ້ Vietjet ຢູ່ໃນອັນດັບສູງສຸດໃນພາກພື້ນ.
ເງິນປັນຜົນ 20% ສະແດງເຖິງພື້ນຖານທາງດ້ານການເງິນທີ່ເຂັ້ມແຂງ: ຄະນະກຳມະການບໍລິ ຫານຂອງ Vietjet ໄດ້ອະນຸມັດການແຈກຢາຍເງິນປັນຜົນຮຸ້ນ 20% (stock dividend) ໂດຍມີການອອກຮຸ້ນເພີ່ມເຕີມຫຼາຍກວ່າ 118,3 ລ້ານຮຸ້ນ ດ້ວຍມູນຄ່າທັງໝົດເກີນ 1,183 ພັນຕື້ດົງ (ປະມານ 973 ຕື້ນກີບ) ການຕັດສິນໃຈນີ້ ແມ່ນອີງໃສ່ຜົນງານທຸລະກິດທີ່ດີເດັ່ນ ແລະ ຖານະດ້ານການເງິນທີ່ແຂງແຮງ ເຊິ່ງຮັບປະກັນຜົນປະໂຫຍດໃນໄລຍະຍາວໃຫ້ແກ່ຜູ້ຖືຫຸ້ນ.
ການລົງທຶນເພື່ອການພັດທະນາແບບຍືນຍົງ: Vietjet ກຳລັງລົງທຶນໃນສູນສ້ອມແປງເຮືອບິນ ໃໝ່ (Aircraft Maintenance Center) ຢູ່ສະໜາມບິນລອງແທງ ນຳໃຊ້ນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ແລະ ຍົກລະດັບບຸກຄະລາກອນທີ່ມີຄຸນນະພາບສູງຢູ່ທີ່ Vietjet Aviation Academy ສາຍການບິນໄດ້ຮັບການຮັບຮູ້ດ້ວຍລາງວັນຄວາມຍືນຍົງ 2025 ຈາກ AirlineRatings ຖືກຕັ້ງຊື່ເປັນໜຶ່ງໃນສະຖານທີ່ເຮັດວຽກທີ່ດີທີ່ສຸດໃນອາຊີ ແລະ ຖືກຈັດເຂົ້າໃນລາຍຊື່ບໍລິສັດມະຫາຊົນດີເດັ່ນ 50 ອັນດັບ ຂອງ Forbes ໃນປະເທດຫວຽດນາມ ດ້ວຍແນວໂນ້ມຕະຫຼາດທີ່ອໍານວຍ ລາຄານໍ້າມັນເຊື້ອໄຟຕໍ່າ ແລະ ພື້ນຖານດ້ານເຕັກນິກ ແລະ ການເງິນທີ່ແຂງແຮງ Vietjet ຄາດວ່າຈະຮັກ ສາການເຕີບໂຕແບບຍືນຍົງໃນປີ 2026.

