Thursday, November 13, 2025
Homeແຈ້ງການສໍາຄັນແຈ້ງເຕືອນພາຍຸໝຸນເຂດຮ້ອນໄຄແມກິ (KALMEGI) ປະຈໍາວັນທີ 07 ພະຈິກ 2025

ແຈ້ງເຕືອນພາຍຸໝຸນເຂດຮ້ອນໄຄແມກິ (KALMEGI) ປະຈໍາວັນທີ 07 ພະຈິກ 2025

ພາຍຸໝຸນເຂດຮ້ອນໄຄແມກິ (KALMEGI) ຫົວທີ 25 ປະຈໍາປີ 2025 ປະຈຸບັນໄດ້ເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງ ສສ ຫວຽດນາມ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ຂອງ ສປປ ລາວ, ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັັ່ງນັັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັັ້ງຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments