ວັນທີ 4 ສິງຫານີ້, ທ່ານ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນໄດ້ໃຫ້ສຳ ພາດຕໍ່ນັກຂ່າວ CMG ວ່າ: ສປປ ລາວ ຄັດຄ້ານທຸກເຈດຈຳນົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”.

ທ່ານ ນາງ ຄໍາເພົາ ເອີນທະວັນ ກ່າວວ່າ: ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫ່ວງຕໍ່ສະ ພາບການຢູ່ຊ່ອງແຄບໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນໍາໄປສູ່ຄວາມເຄັ່ງຕຶງໃນພາກພື້ນ. ສປປ ລາວ ເວລາໃດກໍຖືວ່າ ສັນຕິພາບ ແລະ ສະຖຽນລະພາບຢູ່ທຸກພາກພື້ນໃນໂລກ ລວມທັງ ພາກພື້ນອາຊີ- ປາຊີ ຟິກ ເປັນເງື່ອນໄຂຕັດສິນ ແລະ ພື້ນຖານຕົ້ນຕໍ ໃຫ້ແກ່ການຮ່ວມມື ແລະການພັດທະນາຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ. ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ, ຄັດຄ້ານທຸກເຈດຈຳນົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ຳຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.

LEAVE A REPLY

Please enter your comment!
Please enter your name here