Thursday, November 13, 2025
Homeຂ່າວຕ່າງປະເທດຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ 3,6%

ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ 3,6%

ສຳນັກຂ່າວອິນໂຟເຄວສ ລາຍງານວ່າ: ການສົ່ງອອກສິນຄ້າ ຂອງ ສ.ເກົາຫລີ ໃນເດືອນຕຸລາ ເພີ່ມຂຶ້ນເກີນຄາດ, ໂດຍໄດ້ຮັບແຮງ ຊຸກຍູ້ ຈາກ ຄວາມຕ້ອງການ ຊິບ ແລະ ເຮືອທີ່ແຂງແຮງ ເຖິງແມ່ນວ່າ ບໍລິສັດຕ່າງໆ ຍັງລະມັດລະວັງ ທ່າມກາງ ພາບລວມ ເສດຖະກິດໂລກ ທີ່ມີຄວາມບໍ່ແນ່ນອນ ຈາກນະໂຍບາຍພາສີ ຂອງ ສ.ອາເມລິກາ.

ຂໍ້ມູນດັ່ງກ່າວ ໄດ້ຊີ້ແຈງວ່າ ການສົ່ງອອກ ຂອງ ສ.ເກົາຫລີ ຖືເປັນໜຶ່ງ ໃນຕົວວັດແທກ ການຄ້າ ລະດັບໂລກລ່ວງໜ້າ ເພີ່ມຂຶ້ນ 3,6% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ ຢູ່ທີ 5,957 ໝື່ນລ້ານໂດລາສະຫະລັດ, ເປັນຕົວເລກສູງກວ່າ ທີ່ ນັກວິເຄາະ ຄາດວ່າ ອາດຈະຫລຸດລົງ 0,2%. ໂດຍສະເພາະ ການສົ່ງອອກຊິບ ຄອນກັດເຕີຣ ເພີ່ມຂຶ້ນ 25,4% ເມື່ອທຽບກັບປີກາຍ ເຕີບໂຕໄວການເພີ່ມຂຶ້ນ 22,1% ໃນເດືອນກັນຍາ , ເນື່ອງຈາກ ຄວາມຕ້ອງການ ຂອງເອອມຊິບໜ່ວຍຄວາມຈຳ ປະສິດທິພາບສູງ ເຊັ່ນ HBM ສຳລັບ ເຊີຣຟເວີຣ ແລະ DDR5 ຊຶ່ງສົ່ງຜົນໃຫ້ ລາຄາຊິບປັບຕົວສູງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments