ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ໄດ້ກ່າວສະແດງຄວາມຮູ້ສຶກ ຂອງຕົນ ເນື່ອງໃນວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະ ນະລັດເກົາຫຼີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 30 ປີ (25 ຕຸລາ 1995-15 ຕຸລາ 2025), ຄຽງຄູ່ກັບການສະເຫຼີມສະຫຼອງ 03 ວັນປະຫວັດສາດ ຂອງຊາດລາວ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ຈຸດລະຫວ່າງກາງ ຂອງວົງຈອນຊີວິດ 60 ປີ ແມ່ນຫຼັກໝາຍ ທີ່ສໍາຄັນໃນຊີວິດ ແລະ ສາຍພົວພັນ ທາງສັງຄົມ ຂອງຄົນເຮົາ ໃນດ້ານ “ການເຕີບໃຫຍ່, ການພັດທະນາ ແລະ ການເຊື່ອມຕໍ່.” ຄົນເຮົາ ມັກຈະຄາດເດົາວ່າ 30 ປີ ຂ້າງໜ້າ ຈະ ດີຂຶ້ນກວ່າເກົ່າ, ແຕ່ວ່າ ມັນບໍ່ໄດ້ເປັນແບບນັ້ນສະເໝີໄປ. ຄວາມສໍາພັນ ລະຫວ່າງຄົນກັບຄົນ ກໍຄືສາຍພົວພັນ ລະຫວ່າງປະ ເທດ ແມ່ນປຽບເໝືອນ “ເບ້ຍໄມ້” ເຊິ່ງຕ້ອງການການເບິ່ງແຍງ ແລະ ບຳລຸງຮັກສາ. ຫາກປາສະຈາກການສະໜັບສະໜູນ ແລະ ຄວາມພະຍາຍາມ ທີ່ສະໝໍ່າສະເໝີ ມັນກໍຍາກທີ່ຈະຈະເລີນເຕີບໂຕ. ສິ່ງທີ່ສຳຄັນຢ່າງແທ້ຈິງ ແມ່ນການຮັບຮູ້ວ່າ ພວກ ເຮົາ ມີຄວາມໝາຍຕໍ່ກັນ ແລະ ກັນຫຼາຍພຽງໃດ ແລະ ຕັ້ງເປົ້າໝາຍຮ່ວມກັນ ຕັ້ງແຕ່ເລີ່ມຕົ້ນ. ການເຮັດວຽກຮ່ວມກັນ ເພື່ອບັນລຸເປົ້າໝາຍ ຈະເຮັດໃຫ້ພວກເຮົາ ສາມາດພັດທະນາສາຍພົວພັນທີ່ຊຸກຍູ້ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ.
ນັບແຕ່ໄດ້ມີການສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1995 ເປັນຕົ້ນມາ, ສ. ເກົາຫຼີ ແລະ ສປປ ລາວ ໄດ້ພັດ ທະນາສາຍພົວພັນໃນທຸກໆດ້ານ ໃນລະດັບ ທີ່ຫຼາຍປະເທດປະທັບໃຈ. ບົນພື້ນຖານຜົນສໍາເລັດ ທີ່ພວກເຮົາຍາດມາໄດ້, ປັດ ຈຸບັນ ພວກເຮົາ ຈໍາເປັນຕ້ອງໄດ້ກໍ່ສ້າງ “ເຮືອນ” ໃນອະນາຄົດ ທີ່ມີຫຼາຍເສົາຄໍ້າ.
ເສົາຄ້ຳທຳອິດ ແມ່ນມິດຕະພາບ ທີ່ເຂັ້ມແຂງ. ການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ກົນໄກ ການປຶກສາຫາລື ທີ່ຫຼາກຫຼາຍ ຈະເພີ່ມທະວີຄວາມເຂັ້ມແຂງ ໃຫ້ແກ່ມິດຕະພາບຂອງພວກເຮົາ. ໂດຍຜ່ານການແລກປ່ຽນ ຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງລັດຖະບານ, ສະພາແຫ່ງຊາດ ແລະ ລັດຖະບານ ຂັ້ນທ້ອງຖິ່ນ, ພວກເຮົາ ຈະສາມາດ ຍົກລະດັບການປຶກສາຫາລືດ້ານນະໂຍບາຍ ໃນປັດຈຸບັນ ຂຶ້ນເປັນການປຶກສາຫາລືດ້ານຍຸດທະສາດ ໃນອະນາຄົດອັນໃກ້ນີ້. ໂດຍສະເພາະ, ຕໍ່ກັບຄວາມຈຳເປັນອັນຮີບດ່ວນ ໃນການຕ້ານອາດຊະຍາກຳຂ້າມຊາດ, ການລົງນາມໃນ ສົນທິສັນຍາວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາ ແລະ ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມ ແດນ ຈະເປັນເຄື່ອງມືຊຸກຍູ້ການຮ່ວມມືທາງດ້ານຕຸລາການ.
ເສົາຄ້ຳທີສອງ ແມ່ນຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ. ໃນສາມທົດສະວັດທີ່ຜ່ານມາ, ຕົວຊີ້ວັດດ້ານ ເສດຖະກິດສ່ວນໃຫຍ່ ແມ່ນເປັນໄປໃນທາງບວກ. ເຖິງຢ່າງໃດກໍຕາມ, ມັນຍັງຄົງມີຊ່ອງຫວ່າງ ໃຫ້ເຮົາໄດ້ປັບປຸງຢູ່ສະເໝີ. ບໍລິສັດ ສ. ເກົາຫຼີ ຈໍານວນຫຼາຍ ມີຄວາມສົນໃຈ ຕໍ່ກັບ ນວທາງການຫັນເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ຂອງ ສປປ ລາວ. ເມື່ອ ສປປ ລາວ ມີການເຂົ້າເຖິງມະຫາສະໝຸດປາຊີຟິກ ທີ່ດີຂຶ້ນ, ຈະເຮັດໃຫ້ ສປປ ລາວ ສາມາດຍາດແຍ່ງຜົນປະ ໂຫຍດ ຈາກທ່າແຮງທາງດ້ານພູມສາດເສດຖະກິດ. ສປປ ລາວ ຍັງມີຄວາມສາມາດບົ່ມຊ້ອນ ທາງດ້ານຊັບພະຍາກອນ ທໍາມະຊາດ ໃນການປະກອບສ່ວນເຂົ້າໃນຕ່ອງໂສ້ການສະໜອງຂອງໂລກ. ການຕົກລົງເຫັນດີສ້າງ “ກອງປະຊຸມໂຕະມົນ ເພື່ອການຮ່ວມມືທາງດ້ານເສດຖະກິດ ສ. ເກົາຫຼີ-ລາວ” ລະຫວ່າງສອງລັດຖະບານ ຈະສົ່ງຜົນປະໂຫຍດໃຫ້ແກ່ເສດຖະກິດ ຂອງສອງປະເທດ.
ເສົາຄ້ຳທີສາມ ແມ່ນການຮ່ວມມື ເພື່ອການພັດທະນາ. ສາທາລະນະລັດເກົາຫຼີ ແມ່ນຄູ່ຮ່ວມມື ODA ໃຫຍ່ອັນດັບທີ 3 ຂອງ ສປປ ລາວ ໃນໄລຍະ 5 ປີ ທີ່ຜ່ານມາ, ເຊິ່ງໄດ້ໃຫ້ການຊ່ວຍເຫຼືອຜ່ານມາແລ້ວ ປະມານ 900 ລ້ານໂດລາ ສະຫະຣັດ ນັບແຕ່ປີ 1991 ຈົນເຖິງປັດຈຸບັນ. ສ. ເກົາຫຼີໄດ້ມີການເຄື່ອນໄຫວຮ່ວມມືກັບລາວໃນທົ່ວທຸກຂົງເຂດຢ່າງຕັ້ງ ໜ້າ ປະກອບມີ: ການພັດທະນາຊົນນະບົດ, ສາທາລະນະສຸກ, ການສຶກສາ, ການຈັດການນ້ຳ, ການແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຍັງຕົກຄ້າງ (UXO) ແລະ ພື້ນຖານໂຄງລ່າງ; ສ. ເກົາຫຼີ ມີ ຄວາມພາກພູມໃຈ ໃນການປະກອບສ່ວນເຂົ້າໃນ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ. ພວກເຮົາ ຈະຢູ່ຄຽງຄູ່ກັບ ສປປ ລາວ ບົນເສັ້ນທາງການພັດທະນາໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງ. ພ້ອມດຽວກັນນີ້, ສອງປະເທດພວກເຮົາ ກໍມີຄວາມພະຍາຍາມຮ່ວມກັນ ໃນການແກ້ໄຂບັນຫາທ້າທາຍຕ່າງໆ ໃນອະນາຄົດ ເຊັ່ນ: ການປ່ຽນແປງດິນຟ້າອາກາດ ແລະ ການຫັນເປັນດີຈີຕອລ.
ເສົາຄ້ຳສຸດທ້າຍ ແມ່ນການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງປະຊາຊົນ. ສອງຝ່າຍ ສາມາດເຮັດວຽກຮ່ວມກັນ ເພື່ອໃຫ້ພົນລະເມືອງ ຂອງສອງປະເທດໄປມາຫາສູ່ກັນ ເພື່ອສຶກສາ, ເຮັດວຽກ ແລະ ທ່ອງທ່ຽວ ຫຼາຍຂຶ້ນກວ່າ ເກົ່າ. ໂຄງການທຶນການສຶກສາ ແລະ ການຮ່ວມມືທາງດ້ານແຮງງານ ຄວນໄດ້ຮັບການຍົກລະດັບຂຶ້ນ ເພື່ອສ້າງວົງຈອນທີ່ດີ ເຊິ່ງການພັດທະນາຊັບພະຍາກອນມະນຸດ ສ້າງຜົນປະໂຫຍດທາງເສດຖະກິດ-ສັງຄົມ. ເມື່ອຄໍານຶງເຖິງ ຜົນປະໂຫຍດ ຂອງ ການແລກປ່ຽນທາງວັດທະນະທໍາ, ຕອນນີ້ແມ່ນເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງຄົ້ນຄວ້າຢ່າງຈິງຈັງ ກ່ຽວກັບການສ້າງ ຕັ້ງ “ສູນວັດທະນະທໍາ ແລະ ການສຶກສາ” ຢູ່ໃນນະຄອນຫຼວງວຽງຈັນ.
ສອງປະເທດ ໄດ້ເຫັນດີຍົກລະດັບສາຍພົວພັນສອງຝ່າຍ ຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”. ທີ່ສຳຄັນຍິ່ງກວ່ານັ້ນ, ໄດ້ມີການແລກປ່ຽນທັດສະນະ ເພື່ອເສີມຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ມຸ່ງໄປສູ່ອະນາຄົດ ແລະ ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ. ໃນຂອບສາຍພົວພັນຄູ່ຮ່ວມມືຮອບດ້ານ, ສ. ເກົາຫຼີ ແລະ ສປປ ລາວ ອາດຈະເບິ່ງຂ້າມຂອບເຂດ ແລະ ສ້າງເສັ້ນທາງການຮ່ວມມືໃນໄລຍະໃໝ່ ທ່າມກາງສິ່ງທ້າທາຍຕ່າງໆໃນທົ່ວໂລກ ທີ່ມີຄວາມສະຫຼັບຊັບຊ້ອນ.

