Friday, September 20, 2024
Homeແຈ້ງການສໍາຄັນເຊີນທ່ຽວຊົມການວາງສະແດງສິນຄ້າ ລາວ - ຫວຽດນາມ ທີ່ສູນກາງແນວລາວສ້າງຊາດ.

ເຊີນທ່ຽວຊົມການວາງສະແດງສິນຄ້າ ລາວ – ຫວຽດນາມ ທີ່ສູນກາງແນວລາວສ້າງຊາດ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 72ປີ, ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 31ປີ ຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມທ່ຽວຊົມງານວາງສະແດງສິນຄ້າພາຍໃນ ແລະ ອາຫານ-ເຄື່ອງດື່ມ ທີ່ສູນກາງແນວລາວສ້າງຊາດ ລະຫວ່າງວັນທີ 11-13 ສິງຫາ 2022 ເຊິ່ງແມ່ນສູນກາງແນວລາວສ້າງຊາດ ຮ່ວມກັບສະມາຄົມໃຫຍ່ຊາວຫວຽດນາມ ຈັດຂຶ້ນ ແລະ ມີຫຼາຍພາກສ່ວນເຂົ້າຮ່ວມງານວາງສະແດງສິນຄ້າດັ່ງກ່າວ.

ພາຍໃນງານຈະມີກິດຈະກໍາ ຖາມ-ຕອບຄວາມຮູ້ກ່ຽວກັບຄວາມສາມັກຄີມິດຕະພາບ ລາວ-ຫວຽດນາມ, ຄວາມຮູ້ກ່ຽວກັບແນວລາວສ້າງຊາດ ແລະ ຄວາມຮູ້ຮອບຕົວ ເພື່ອເອົາລາງວັນຈາກຄະນະຮັບຜິດຊອບ; ມີການວາງສະແດງສິນຄ້າ ຂອງລາວ ແລະ ຫວຽດນາມ ໂດຍເນັ້ນໃສ່ເຄື່ອງຫັດຖະກໍາ, ກະສິກໍາ, ອາຫານ-ເຄື່ອງດື່ມ, ຮູບພາບການພົວພັນຮ່ວມມື ລາວ-ຫວຽດນາມ. ພິເສດຈະມີການປະກວດອາຫານແຊບ ໃນວັນທີ 13 ສິງຫາ 2022 ເລີ່ມແຕ່ 9:00-11:00ໂມງ.

ສະນັ້ນ, ເຊີນຊວນທຸກພາກສ່ວນມາທ່ຽວຊົມ ແລະ ເຂົ້າຮ່ວມກິດຈະກໍາດັ່ງກ່າວ.

ຊົມເຊີຍປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຢ່າງສຸດໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments