UEFA ໄດ້ຢືນຢັນແລ້ວວ່າຈະມີການນໍາລະບົບຊ່ວຍຈັບລໍ້າໜ້າມາໃຊ້ໃນເຕະບານແຊັມປຽນລີກລະດູການນີ້ ເລີ່ມຕັ້ງແຕ່ຮອບແບ່ງກຸ່ມເປັນຕົ້ນໄປ

ເຕັກໂນໂລຊີຊ່ວຍຈັບລໍ້າໜ້າແບບເຄິ່ງອັດຕະໂນມັດ ໄດ້ຮັບການອະນຸມັດໂດຍ FIFA ໃນເດືອນແລ້ວນີ້ ເພື່ອນໍາໄປໃຊ້ໃນການແຂ່ງຂັນເຕະບານໂລກທີ່ປະເທດກາຕາທ້າຍປີ ເຊິ່ງຈະປະກອບໄປດ້ວຍກ້ອງຫຼາຍໜ່ວຍທີ່ລໍຄອຍຈັບຄວາມເຄື່ອນໄຫວຂອງນັກເຕະ ແລະ ຈັງຫວະຈ່າບບານສໍາຄັນໆ.

ທີ່ຜ່ານມາ ມັກເກີດການຕັດສິນອັນເປັນທີ່ຖົກຖຽງຂຶ້ນຫຼວງຫຼາຍ ການຕີເສັ້ນໃຫ້ເຫັນໂດຍຜ່ານໜ້າຈໍວ່າລໍ້າໜ້າພຽງແຕ່ໜ້ອຍດຽວນັ້ນ ມັກຈະພົບສຽງວິຈານວ່າຈົນຖືກເອີ້ນວ່າ “ລໍ້າໜ້າເພາະຂີ້ແຮ້”

ຢ່າງໃດກໍຕາມ UEFA ບອກວ່າ ລະບົບທີ່ເຮັດຂຶ້ນມາເປັນພິເສດນັ້ນ ຈະຊ່ວຍຕັດສິນຈັງຫວະລໍ້າໜ້າໃຫ້ແມ່ນຢໍາ ແລະ ວ່ອງໄວຍິ່ງຂຶ້ນ ໂດຍລະບົບທີ່ວ່າສາມາດຈັບຄວາມເຄື່ອນໄຫວໄດ້ເຖິງ 29 ຈຸດເທິງຮ່າງກາຍຂອງນັກເຕະ.

ເຕັກໂນໂລຊີຊ່ວຍຂັບລໍ້າໜ້ານັ້ນ ຈະຖືກນຳມາໃຊ້ໃນການແຂ່ງຂັນ Super Cup ລະຫວ່າງ ຣິວ ມາດຣິດ ແລະ ໄອທຣັກ ແຟຣງເຟິດ ໃນວັນທີ 10 ສິງຫານີ້ ຈາກນັ້ນ ກໍຈະນໍາມາໃຊ້ໃນເກມຮອບແບ່ງກຸ່ມແຕ່ວັນທີ 6 ກັນຍາເປັນຕົ້ນໄປ.

” UEFA ຊອກຫາເຕັກໂນໂລຊີໃໝ່ໆຢູ່ສະເໝີ ເພື່ອນໍາມາປັບປຸງ ແລະ ຊ່ວຍເຫຼືອການຕັດສິນຂອງກໍາມະການ ” ໂຣແບໂຕ ໂຣເຊດຕິ ຫົວໜ້າຜູ້ຕັດສິນຂອງ UEFA ກ່າວ.

” ລະບົບໃໝ່ນີ້ ຈະຊ່ວຍໃຫ້ທີມງານ VAR ໄດ້ຕັດສິນຈັງຫວະລໍ້າໜ້າໄດ້ໄວຍິ່ງຂຶ້ນ ແລະ ແມ່ນຢໍາຫຼາຍຂຶ້ນ ຊ່ວຍເພີ່ມຄວາມໄຫຼລື່ນຂອງການແຂ່ງຂັນ ແລະ ຄວາມສະໝໍ່່າສະເໝີໃນການຕັດສິນ “

ຟີຟາ ໄດ້ທົດສອບລະບົບຊ່ວຍຈັບລໍ້າໜ້າມາ 188 ຄັ້ງນັບຕັ້ງແຕ່ປີ 2020 ໂດຍມີການນໍາໄປທົດສອບໃນ ແຊມປຽນລີກ ລະດູການກ່ອນ ຮອບຕັດເຊືອກຂອງແຊັມປຽນລີກເຕະບານເພດຍິງ, ເອີໂຣ 2022 ແລະ ລວມເຖິງນັດຊີງຊະນະເລີດຂອງເຕະບານສະໂມສອນລາຍການອື່ນໆ.

LEAVE A REPLY

Please enter your comment!
Please enter your name here