Saturday, December 20, 2025
Homeຂ່າວພາຍໃນສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທໍາ

ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທໍາ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈໍາ ສປປ ລາວ, ຄະນະຊີ້ນຳໂຄງການ (JCC) ແລະ ຄະນະບໍລິຫານໂຄງການ (MC) ຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທໍາ ໄລຍະທີ 2 ປະກອບດ້ວຍ: ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຄະນະບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານໂຄງການຈາກ 4 ພາກສ່ວນ ໄດ້ເດີນທາງໄປເຮັດວຽກຢູ່ປະເທດຍີ່ປຸ່ນ ລະຫວ່າງວັນທີ 28-31 ຕຸລາ 2025.

ສະເພາະໃນຂົງເຂດຍຸຕິທຳ ແລະ ກົດໝາຍ, ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະທີ 2 ຖືເປັນໂຄງການໜຶ່ງທີ່ໄດ້ລິເລີ່ມຈາກການເຂົ້າຮ່ວມຝຶກອົບຮົມຢູ່ປະເທດຍີ່ປຸ່ນ ນັບແຕ່ປີ 1998 ເປັນຕົ້ນມາເພື່ອສຶກສາ ແລະ ເຂົ້າໃຈກ່ຽວກັບລະບົບກົດໝາຍແພ່ງ ແລະ ການຄ້າ. ມາຮອດໃນໄລຍະປີ 2003-2008 ໄດ້ມີໂຄງການພັດທະນາກົດໝາຍ ແລະ ຍຸຕິທໍາຂຶ້ນ ເພື່ອຍົກລະດັບຄວາມສາມາດຂອງອົງການຈັດຕັ້ງລັດໃນຂົງເຂດຍຸຕິທຳ ທີ່ປະກອບດ້ວຍ ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງຜົນໄດ້ຮັບຈາກໂຄງການນີ້ປະກອບດ້ວຍການສ້າງປຶ້ມຕຳລາຮຽນວິຊາກົດໝາຍແພ່ງ ແລະ ກົດໝາຍການຄ້າ, ປຶ້ມຄູ່ມືການຂຽນຄຳຕັດສິນ, ປຶ້ມຄູ່ມືພະນັກງານໄອຍະການ. ມາເຖິງໄລຍະປີ 2010 – 2014, ໄດ້ມີການສືບຕໍ່ໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ເພື່ອພັດທະນາຄວາມສາມາດຂອງພະນັກງານໃນຂົງເຂດຍຸຕິທຳ ແລະ ບັນດາຄູ-ອາຈານໃນສະຖາບັນສຶກສາດ້ານກົດ

ໝາຍຂອງ ສປປ ລາວ ໂດຍເລັ່ງໃສ່ການສ້າງທັກສະການຄິດວິເຄາະຢ່າງເປັນລະບົບ ຕໍ່ກັບທິດສະດີ ແລະ ພາກປະຕິບັດຕົວຈິງຂອງປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຊຶ່ງໄດ້ສ້າງຕົ້ນແບບຕຳລາຮຽນທີ່ສາມາດປະສົມປະສານລະຫວ່າງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ພາຍຫຼັງສຳເລັດໂຄງການດັ່ງກ່າວໃນໄລຍະທຳອິດ ຈຶ່ງໄດ້ມີການຕົກລົງສືບຕໍ່ໂຄງການເປັນໄລະຍະທີ 2 ໃນລະຫວ່າງ ປີ 2014-2018 ເພື່ອສືບຕໍ່ຍົກລະດັບຄວາມສາມາດຂອງອົງການຈັດຕັ້ງໃນຂົງເຂດຍຸຕິທຳ ໃນດ້ານການຮ່າງກົດໝາຍ, ການນຳໃຊ້ ແລະ ການຈັດຕັ້ງປະຕິບັດກົດໝາຍ, ການສຶກສາກົດໝາຍ, ການສ້າງນັກວິຊາຊີບກົດໝາຍ, ການຝຶກອົບຮົມວິຊາຊີບຕໍ່ເນື່ອງ, ການເຜີຍແຜ່ ແລະ ສົ່ງເສີມຄວາມເຂົ້າໃຈກ່ຽວກັບກົດໝາຍ ຊຶ່ງຜົນສຳເລັດທີ່ພົ້ນເດັ່ນແມ່ນສຳເລັດການສ້າງປະມວນກົດໝາຍແພ່ງ ໃນປີ 2018 ທີ່ໄດ້ກາຍເປັນພື້ນຖານ ບ່ອນອີງໃຫ້ແກ່ພາກສ່ວນຕ່າງໆຢ່າງກວ້າງຂວາງທົ່ວສັງຄົມ. ເຖິງແມ່ນວ່າໂຄງການຈະສາມາດຍາດໄດ້ຜົນສຳເລັດໃນຜ່ານມາຫຼາຍຢ່າງກໍຕາມ, ແຕ່ໂຄງການຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນລະຫວ່າງປີ 2018-2023 ແນໃສ່ຍົກສູງຂີດຄວາມສາມາດໃນການຄົ້ນຄວ້າວິໄຈທິດສະດີກົດໝາຍພື້ນຖານ ແລະ ນຳເອົາທິດສະດີດັັ່ງກ່າວໄປໃຊ້ໃນພາກປະຕິບັດ, ປັບປຸງກົດໝາຍ ແລະ ພາກປະຕິບັດ ລວມທັງການເຜີຍແຜ່ຜົນການຄົ້ນຄວ້າໃຫ້ຜູ້ກ່ຽວຂ້ອງໃນຂົງເຂດດຽວກັນ ແລະ ການສ້າງລະບົບດຳເນີນງານຢ່າງຍືນຍົງໃຫ້ເປັນຮູບປະທຳ ເພື່ອໃຫ້ຜູ້ຮັບຜິດຊອບໃນຂະແໜງການສຶກສາກົດໝາຍ ແລະ ການສ້າງນັກວິຊາຊີບກົດໝາຍ ໄດ້ຍົກສູງຄຸນນະພາບທາງດ້ານວິຊາຊີບກົດໝາຍ ແລະ ໂຄງການນີ້ ໄດ້ສືບຕໍ່ໄປອີກ ນັບແຕ່ປີ 2023-2028 ເພື່ອວາງພື້ນຖານຂອງການພັດທະນານັກກົດໝາຍໃຫ້ມີຄວາມສາມາດໃນການກໍານົດຂໍ້ເທັດຈິງ ແລະ ການຕີຄວາມໝາຍຂອງກົດໝາຍ ເພື່ອນຳໃຊ້ຢ່າງຖືກຕ້ອງ ແລະ ພິເສດ ໂຄງການແມ່ນໄດ້ປະກອບສ່ວນສຳຄັນໃນການປັບປຸງກົດ ໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປີ 2018 ມາເປັນສະບັບປີ 2025.

ນອກຈາກການຕີລາຄາຜົນງານ-ຜົນສຳເລັດຂອງໂຄງການຕະຫຼອດໄລຍະຜ່ານມາແລ້ວ, ຄະນະຊີ້ນຳໂຄງການ (JCC) ແລະ ຄະນະບໍລິຫານໂຄງການ (MC) ໄດ້ພົບປະເຮັດວຽກກັບຫຼາຍພາກສ່ວນຂອງປະເທດຍີ່ປຸ່ນ ເພື່ອປຶກສາຫາລືກ່ຽວກັບໂຄງການ ເປັນຕົ້ນ: ຮອງຫົວໜ້າສຳນັກງານໃຫຍ່ອົງການພັດທະນາສາກົນແຫ່ງປະເທດຍີ່ປຸ່ນ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມກະຊວງຍຸຕິທຳ, ປະທານສະຫະພັນສະພາທະນາຍຄວາມ, ຫົວໜ້າໄອຍະການປະຊາຊົນສູງສຸດ, ຜູ້ພິພາກສາອາວຸໂສຂອງສານປະຊາຊົນສູງສຸດ. ນອກນັ້ນ ຍັງໄດ້ເຂົ້າຮ່ວມກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ຮ່ວມກັບອາຈານຈາກມະຫາວິທະຍາໄລ Keio ແລະ ຄະນະຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນ ເພື່ອສົນທະນາແລກປ່ຽນກ່ຽວກັບທິດທາງ ແລະ ຄວາມຕ້ອງການໃນການພັດທະນາວຽກງານຍຸຕິທຳໃນອະນາຄົດຂ້າງໜ້າ.

(ຂ່າວ-ພາບ: ສານປະຊາຊົນສູງສຸດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments