ປາຣີ ແຊັງ-ແຊັກແມັງ (PSG) ປະກາດການເຊັນສັນຍາ ເຣນາໂຕ ຊານເຊສ ກອງກາງຈາກ ລີວ ມາຮ່ວມທີມດ້ວຍຄ່າຕົວປະມານ 15 ລ້ານເອີໂຣ.

ອະນາຄົດຂອງດາວເຕະທີມຊາດປອກຕຸຍການ ເປັນທີ່ຊັດເຈນມາໄລຍະໜຶ່ງວ່າຈະຍ້າຍອອກຈາກ ລິວ ໃນລະດູຮ້ອນນີ້ ແລະ ມີສະໂມສອນຢ່າງ ເອຊີ ມິລານ ທີ່ຕິດຕາມເຂົາຢ່າງໃກ້ຊິດ.

ໃນຕອນທໍາອິດ ທໍາທ່າຈະເປັນ ມິລານ ທີ່ໄດ້ຕົວນັກເຕະໄປ ແຕ່ສຸດທ້າຍ ເມື່ອ PSG ກ້າວເຂົ້າມາ ນັກເຕະກໍຫັນຄວາມສົນໃຈທີ່ຈະຍ້າຍຮ່ວມທີມແຊັມ ລີກ 1 ແທນ.

ແລ້ວນັກເຕະອາຍຸ 24 ປີ ກໍໄດ້ຕາມທີ່ຕ້ອງການ ຫຼັງກາຍເປັນນັກເຕະໃໝ່ຂອງທີມດັງຝຣັ່ງແລ້ວ ດ້ວຍການເຊັນສັນຍາຍາວຈົນເຖິງປີ 2027.

ຊານເຊສ ເປັນຜົນຜະລິດຈາກໂຮງຮຽນຂອງ ເບນຟີກາ ແລະ ລົງສະໜາມຄັ້ງທໍາອິດໃນລະດູການ 2015-16 ກ່ອນທີ່ຈະຊ່ວຍທີມຄວ້າແຊັມລີກ ກັບ ເຕະບານຊີງຂັນ.

ເຂົາຍ້າຍໄປຢູ່ກັບ ບາເຢິນ ມິວນິກ ໃນລະດູຮ້ອນຂອງ 2016 ແລະ ລົງສະໜາມ 53 ເກມ ແຕ່ສະແດງຄວາມສາມາດບໍ່ເໝືອນຢ່າງທີ່ຄາດຫວັງເອົາໄວ້ ຈົນເຮັດໃຫ້ຖືກປ່ອຍຢືມໄປຫຼິ້ນກັບ ສະວອນຊີ ຊີຕີ ລະດູການໜຶ່ງ

ຈາກນັ້ນ ຊານເຊສ ລົງເອີຍດ້ວຍການຍ້າຍໄປຫຼິ້ນກັບ ລິວ ໃນປີ 2019 ແລະ ກໍກັບຄືນມາມີຜົນງານທີ່ດີອີກຄັ້ງ ຫຼັງຜ່ານການລົງສະໜາມ 90 ນັດ ແລະ ຍິງໄດ້ 6 ປະຕູ ລວມເຖິງສົ່ງໃຫ້ໝູ່ຍິງອີກ 10 ນັດ.

LEAVE A REPLY

Please enter your comment!
Please enter your name here