Thursday, October 30, 2025
Homeບຸນປະເພນີເຊີນທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025

ເຊີນທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025

ງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 ຈັດຂຶ້ນຢ່າງຍິ່ງໃຫຍ່ເປັນເວລາ 5 ວັນ ນັບແຕ່ວັນທີ 1-5 ພະຈິກ 2025 ຖືເປັນປາງບຸນໃຫຍ່ຂອງປະຊາຊົນລາວຊາວພຸດທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ ນອນຢູ່ໃນຮີດ 12 ຄອງ 14 ຂອງລາວ ຖືເປັນການເຕົ້າໂຮມຄວາມສາມັກຄີຮັກແພງອັນເປັນມູນເຊື້ອ ທັງເປັນການປົກປັກຮັກສາ ຊຸກຍູ້ສົ່ງເສີມວັດທະນະທໍາຮີດຄອງປະເພດນີອັນດີງາມຂອງຊາດລາວໄວ້ໃຫ້ຍືນຍົງ.

ການຈັດງານບຸນດັ່ງກ່າວເພື່ອເຕົ້າໂຮມຄວາມສາມັກຄີປວງຊົນລາວທັງຊາດ ເພື່ອໃຫ້ໝົດທຸກຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ທີ່ມີມູນເຊື້ອດຸໝັ່ນ, ມີຫົວຄິດປະດິດສ້າງ ແລະ ສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍຣະດົກວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ, ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດ ສາດຂອງຊາດ ຍັງເປັນການຟື້ນຟູເສດຖະກິດ ຊຸກຍູ້ການທ່ອງທ່ຽວ, ສົ່ງເສີມສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດັອບ) ແລະ ສິນຄ້າ SMEs ທັງເປັນການສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີທີ່ໃກ້ຈະມາເຖິງນີ້, ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ຕາມທິດສີຂຽວ ແລະ ຍືນຍົງ ກໍຄືງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ຖືເອົາໂອກາດງານບຸນນະມັດສະການພະທາດຫຼວງເປັນການເຕົ້າໂຮມຄວາມສາ ມັກຄີຮັກແພງອັນເປັນມູນເຊື້ອ ເພື່ອສະແດງເຖິງຄວາມກະຕັນຍຸ-ຮູ້ບຸນຄຸນຕໍ່ບັນພະບູລຸດ, ຕໍ່ຜູ້ນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມທັງສ້າງສີສັນບັນຍາ ກາດໃຫ້ຟົດຟື້ນມ່ວນຊື່ນ ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມ ແລະ ເພື່ອຜັນຂະຫຍາຍແນວທາງເສດຖະກິດເອກະລາດ ເປັນເຈົ້າຕົນເອງດ້ວຍການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຜະລິດສິນຄ້າ “ໜຶ່ງເມືອງ ໜຶ່ງຜະ ລິດຕະພັນ” ສິນຄ້າຄອບຄົວຕົວແບບ ແລະອື່ນໆ.

ພາຍໃນງານບຸນ ໄດ້ມີກິດຈະກຳຫຼາຍຢ່າງທາງປະເພນີ ນັບແຕ່ວັນທີ 1-5 ພະຈິກ 2025 ເຊັ່ນ: ວັນທີ 1 ພະຈິກ ເວລາ 16:30 ໂມງ ພິທີເປີດງານບຸນນະມັດສະການພະທາດຫຼວງ ແລະ ວາງສະແດງຮູບພາບນະຄອນຫຼວງວຽງ ຈັນ ຄົບຮອບ 465 ປີ ແລະ ງານວາງສະແດງສິນຄ້າປະຈຳ ປີ 2025; ວັນທີ 2 ພະຈິກ 2025 ເວລາ 16:30 ໂມງ ມີ ການຄົບງັນຕາມປະເພນີອັນດີງາມ,ວັນທີ 3 ພະຈິກ 2025 ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນດ້ານໃນກົມມະລຽນພະທາດຫຼວງ; ວັນທີ 4 ພະຈິກ 2025 ເວລາ 13:00 ໂມງ ພິທີແຫ່ຜາສາດເຜິ້ງ; ວັນທີ 5 ພະຈິກ 2025 ເວລາ 7:00 ໂມງເຊົ້າ ພິທີໃສ່ບາດຖວາຍສັງຄະທານ ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາປະເພນີຕີຄີ, ເວລາ 19:00 ໂມງ ພິທີວຽນທຽນ ແລະ ຈູດບັ້ງໄຟປະ ເພນີເພື່ອສັກກະຣະບູຊາພະທາດຫຼວງ.

ສຳລັບງານວາງສະແດງສິນຄ້າ ໄດ້ຈັດຂຶ້ນຢູ່ 2 ບ່ອນ ຢູ່ທີ່ເດີ່ນພະທາດຫຼວງ (ຮອບນອກ) ແລະ ສູນການຄ້າລາວ- ໄອເຕັກ ຊຶ່ງຈະມີປະເພດສິນຄ້າທົ່ວໄປ, ເສື້ອຜ້າ, ເຄື່ອງຫຼິ້ນ, ອາຫານ-ເຄື່ອງດື່ມ (ເຂົ້າຫຼາມ, ປີ້ງໄກ່), ສິນຄ້າໂອດັອບ ແລະ ສິນຄ້າປະເພດອື່ນໆ ຫຼາກຫຼາຍໄວ້ຄອບບໍລິ ການ. ເວົ້າສະເພາະການນຸ່ງຖືເຂົ້າຮ່ວມພິທີຜູ້ຍິງ ຕ້ອງນຸ່ງສິ້ນທີ່ມີຕີນຈົບງາມ, ຜູ້ຊາຍ ຕ້ອງນຸ່ງໂສ້ງທີ່ສຸພາບຮຽບ ຮ້ອຍ ຫຼື ນຸ່ງຜ້າສະໂລ້ງທີ່ເປັນເອກະລັກຂອງຄົນລາວ,ເວ ລາເຂົ້າກາບໄຫວ້ພະທາດຫຼວງ ສາມາດມາທ່ຽວຊົມ, ກາບໄຫວ້, ສັກກາລະບູຊາໄດ້ທຸກໆວັນໃນໄລຍະງານບຸນເວລາ 8:00 ໂມງ ຫາ 17:00 ໂມງ. ດັ່ງນັ້ນ, ຂໍເຊີນຊວນປວງຊົນລາວ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຮ່ວມງານບຸນນະມັດສະການພະທາດຫຼວງປະຈຳປີ 2025 ຢ່າງເບີກບານມ່ວນຊື່ນ ຮັກສາໄດ້ຮີດຄອງປະເພນີອັນດີງາມ ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍຈົບງາມເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments